ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ Donald Trump ຍັງສືບຕໍ່ສ້າງຄວາມກົດດັນຕໍ່ປັກກິ່ງ ເມື່ອກ່າວເຕືອນວ່າຈະຈັດວາງອັດຕາພາສີໃໝ່ແນໃສ່ສິນຄ້າຂອງຈີນ ພາຍຫຼັງເຫດການດັ່ງກ່າວຖ້າຫາກວ່າວົງການເຈົ້າໜ້າທີ່ຂອງສອງປະເທດບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າ.

leftcenterrightdel
ທ່ານປະທານາທິບໍດີ Donald Trump. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາຄຳກ່າວປາໄສດັ່ງກ່າວຂອງທ່ານປະທານາທິບໍດີ Donald Trump ຖືກຍົກອອກມາພາຍຫຼັງໂຄສົກກະຊວງການຕ່າງປະເທດຈີນ ເກີງຊວາງ ຖະແຫຼງໃນວັນດຽວກັນວ່າ ປັກກິ່ງ ພ້ອມແລ້ວທີ່ຈະຈັດບັນດາການເຈລະຈາດ້ານການຄ້າກັບວໍຊິງຕັນ ຕື່ມອີກ, ແຕ່ບໍ່ເຕື້ອງເຖິງຄວາມອາດສາມາດຈະດຳເນີນການພົບປະລະຫວ່າງການນຳສອງປະເທດທີ່ກອງປະຊຸມສຸດຍອດ G20 ຢູ່ Osaka, ປະເທດຍີ່ປຸ່ນ ໃນເດືອນມິຖຸນານີ້.

ແຫຼ່ງຄັດຈາກ: vovworld.vn