leftcenterrightdel
ປະທານາທິບໍດີອາເມລິກາ Donald Trump. (ພາບ: Reuters)

ໃນສື່ສັງຄົມTwitter ສ່ວນຕົວ, ປະທານາທິບໍດີອາເມລິກາ Donald Trump ຂຽນວ່າ ຖ້າຫາກວ່າອີຣານ ຢາກເຂົ້າຮ່ວມສົງຄາມ, ນັ້ນຈະແມ່ນການສິ້ນສຸດລົງຢ່າງເປັນທາງການຂອງອີຣານ.

ປະຈຸບັນ, ວໍຊິງຕັນ ຮຽກຮ້ອງພະນັກງານການທູດຈຳນວນໜຶ່ງຕ້ອງອອກຈາກ ອີຣັກ ດ້ວຍເຫດຜົນຄວາມວິຕົກກັງວົນຕໍ່ໄພນາບຂູ່ຂອງບັນດາກຸ່ມປະກອບອາວຸດໄດ້ຮັບການໜູນຫຼັງຈາກອີຣານ ຢູ່ນີ້ ພ້ອມທັງໄດ້ຜັນຂະຫຍາຍກໍາປັ່ນເດີ່ນບິນລຳ 1 ແລະ ກຸ່ມກໍາປັ່ນປ້ອງກັນ ພ້ອມດ້ວຍເຮືອບິນຖີ້ມລະເບີດ B-52 ໄປຍັງເຂດອ່າວ Persian.

ໃນຂະນະນັ້ນ, ອີຣານ ພັດຖືວ່າ: ບັນດາການກະທຳຂອງອາເມລິກາ ພຽງແຕ່ແມ່ນ “”ສົງຄາມຈິດຕະສາດ” ເທົ່ານັ້ນ.

ແຫຼ່ງຄັດຈາກ: vovworld.vn