leftcenterrightdel
ທ່ານ Jared Kushner ທີ່ປຶກສາຂັ້ນສູງຂອງປະທານາທິບໍດີອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ທຳນຽບຂາວ ປະກາດວ່າ: ອາເມລິກາ ຈະສົມທົບກັບ Bahrain ເພື່ອຈັດກອງປະຊຸມສຳມະນາເສດຖະກິດທີ່ໃສ່ຊື່ວ່າ “ຈາກສັນຕິພາບກ້າວໄປສູ່ຄວາມວັດທະນາຖາວອນ” ຢູ່ນະຄອນຫຼວງ Manama ຂອງ Bahrain ໃນລະຫວ່າງວັນທີ 25-26 ມິຖຸນາ ເຊິ່ງຈະດຶງດູດການເຂົ້າຮ່ວມຂອງການນຳບັນດາປະເທດ, ອົງການຈັດຕັ້ງສັງຄົມພົນລະເຮືອນ ແລະວິສາຫະກິດເພື່ອແນໃສ່ແບ່ງປັນແນວຄວາມຄິດ, ປຶກສາຫາລືຍຸດທະສາດ ແລະໜູນຊ່ວຍບັນດາຂໍ້ລິເລີ່ມ ແລະການລົງທຶນເສດຖະກິດທີ່ມີຄວາມສາມາດບົ່ມຊ້ອນທີ່ສາມາດປະຕິບັດໄດ້ດ້ວຍຂໍ້ຕົກລົງສັນຕິພາບສະບັບໜຶ່ງ. ກອງປະຊຸມສຳມະນານີ້ຈະສຸມໃສ່ພິເສດເຂົ້າໃນເລື່ອງສ້າງອະນາຄົດແຫ່ງວັດທະນາຖາວອນໃຫ້ແກ່ຊາວ Palestine.

ແຫຼ່ງຄັດຈາກ: vovworld.vn