leftcenterrightdel
(ພາບປະກອບ/AFP/TTXVN)

ທ່ານ Antonio Guterres ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ພາຍຫລັງສິ້ນສຸດການຢ້ຽມຢາມບັນດາປະເທດເກາະຢູ່ປາຊີຟິກໃຕ້ ທີ່ແກ່ຍາວເປັນເວລາ 1 ອາທິດ. ໃນການຢ້ຽມຢາມນີ້, ທ່ານ Antonio Guterres ໄດ້ເຫັນປະຈັກຕາບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາປະເທດເກາະນີ້. ໃນຄຳຖະແຫຼງ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ເນັ້ນໜັກວ່າ “ບັນດາປະເທດເກາະຢູ່ປາຊີຟິກໃຕ້ ປະກອບໜ້ອຍທີ່ສຸດເຂົ້າໃນສະພາວະສຸກເສີນຂອງດິນຟ້າອາກາດທົ່ວໂລກ ແຕ່ເຂົາເຈົ້າພັດແມ່ນບັນດາປະເທດພວມໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ”. ທ່ານ Antonio Guterres ໄດ້ຮັບຮູ້ບັນດາປະເທດເກາະ ປາຊີຟິກໃຕ້ ພວມຜັນຂະຫຍາຍບັນດາມາດຕະການແນໃສ່ຍົກສູງຄວາມສາມາດຟື້ນຟູ ແລະປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະຫລຸດຜ່ອນປະລິມານອາຍພິດທີ່ກໍ່ໃຫ້ເກີດຜົນກະທົບຈາກເຮືອນແກ້ວລົງ.

ແຫຼ່ງຄັດຈາກ: vovworld.vn