ກ່າວຄຳເຫັນທີ່ການປະຊຸມກັບບັນດານາຍທະຫານຢູ່ລັດພາກກາງ Aragua, ທ່ານປະທານາທິບໍດີ Nicolas Maduro ໃຫ້ຮູ້ວ່າ, ບັນດາການເຈລະຈາລະຫວ່າງຜູ້ຕາງໜ້າຂອງລັດຖະບານເວເນຊູເອລາ ກັບຝ່າຍຄ້ານຢູ່ປະເທດນີ້ ແມ່ນເພື່ອແນໃສ່ຊຸກຍູ້ບັນດາຂໍ້ຕົກລົງສັນຕິພາບ, ມິດຕະພາບ ແລະການຮ່ວມມືໄດ້ມີຈຸດເລີ່ມຕົ້ນບັນລຸຜົນສຳເລັດ. ທ່ານ Nicolas Maduro ຊີ້ແຈ້ງວ່າ, ຜູ້ຕາງໜ້າສອງຝ່າຍໄດ້ຈັດບັນດາການເຈລະຈາຢູ່ນອກແວໃນອາທິດນີ້ ເພື່ອ “ເລີ່ມຕົ້ນ ແລະສຳຫຼວດ” ບັນດາການປຶກສາຫາລື ແລະການເຈລະຈາກັບຝ່າຍຄ້ານແມ່ນແນໃສ່ສ້າງໂຄງການດຳເນີນງານສັນຕິພາບໃຫ້ແກ່ປະເທດຊາດ.

ແຫຼ່ງຄັດຈາກ: vovworld.vn