ອາເມລິກາ ລົບລ້າງພາສີແນໃສ່ອາລູມີນຽມ, ເຫຼັກກ້າຂອງການາດາ ແລະເມັກຊີໂກ
ວັນທີ 17 ພຶດສະພາ, ອາເມລິກາ ແລະການາດາ ໄດ້ເຫັນດີລົບລ້າງພາສີແນໃສ່ອາລູມີນຽມ, ເຫຼັກກ້າຂອງກັນ - ເຊິ່ງແມ່ນນະໂຍບາຍກໍ່ຄວາມບໍ່ລົງລອຍກັນລະຫວ່າງສອງປະເທດຄູ່ຮ່ວມມືທີ່ໃກ້ຊິດນີ້ໃນໄລຍະຜ່ານມາ.
ໃນວັນດຽວກັນ, ກະຊວງເສດຖະກິດເມັກຊີໂກ ແຈ້ງໃຫ້ຊາບວ່າ ໄດ້ບັນລຸຂໍ້ຕົກລົງກັບອາເມລິກາ ກ່ຽວກັບການລົບລ້າງພາສີນຳເຂົ້າສຳລັບຜະລິດຕະພັນອາລູມີນຽມ, ເຫຼັກກ້າເຊິ່ງອາເມລິກາ ໄດ້ນຳໃຊ້ມາແຕ່ວັນທີ 1 ມິຖຸນາ 2018. ກະຊວງເສດຖະກິດເມັກຊີໂກ ໄດ້ຕີລາຄາກ່ຽວກັບຄວາມຈຳເປັນຕ້ອງລົບລ້າງພາສີສຳລັບອາລູມີນຽມ, ເຫຼັກກ້າວ່າຈະເປີດຊ່ອງທາງ ແລະ ສ້າງຄວາມສະດວກໃຫ້ແກ່ການໃຫ້ສັດຕະຍາບັນສັນຍາ ເມັກຊີໂກ-ອາເມລິກາ-ການາດາ (USMCA), ສະບັບໃໝ່ຂອງສັນຍາການຄ້າເສລີອາເມລິກາເໜືອ.
ແຫຼ່ງຄັດຈາກ: vovworld.vn