ບັ້ນຮົບນີ້ໂດຍທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ແລະທ່ານ Emmanuel Macron ປະທານາທິບໍດີຝະລັ່ງ ນໍາໜ້າ ເຊິ່ງໄດ້ປຸກລະດົມເປັນເວລາສອງເດືອນ ພາຍຫຼັງເກີດເຫດການບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດຢູ່ນະຄອນ Christchurch ຂອງນິວຊີແລນ.

leftcenterrightdel
ທ່ານ Emmanuel Macron ປະທານາທິບໍດີຝະລັ່ງ ແລະທ່ານ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ທີ່ການປະຊຸມຢູ່ນະຄອນຫຼວງປາຣີ, ປະເທດຝະລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານນາງ Jacinda Ardern ແລ້ວ, ບັ້ນຮົບໄດ້ຍົກອອກວິວັດການເຄື່ອນໄຫວ, ໃນນັ້ນຊີ້ແຈ້ງວ່າ, ທຸກໆປະເທດ  ແລະສື່ສັງຄົມອອນໄລໃນທົ່ວໂລກຕ້ອງປະກອບສ່ວນກໍ່ສ້າງເຄືອຂ່າຍອິນເຕີແນັດມະນຸດສະທໍາໃຫ້ດີກວ່າ ແລະບໍ່ປະໃຫ້ພວກກໍ່ການຮ້າຍສວຍໃຊ້ສື່ສັງຄົມອອນໄລ ເພື່ອໂຄສະນາບັນດາເຈຕະນາທີ່ຊົ່ວຮ້າຍ.

ໂດຍ: ໄຊນີດາ