ຍ້ອນ ສ.ອາເມລິກາ ໄດ້ໃຊ້ມາດຕະການຂວ້ຳບາດຕໍ່ ອິຣານ ກໍ່ຄືບັນດາປະເທດສະມາຊິກຂອງອົງການສົ່ງອອກນ້ຳມັນ (OPEC) ແລະລັດເຊຍ ໄດ້ຫລຸດຜ່ອນປະລິມານນ້ຳມັນດິບຕາມທິດຂໍ້ຕົກລົງທ່ີກຳນົດໄວ້.  ບົດລາຍງານປະຈຳເດືອນກ່ຽວກັບຕະຫລາດນ້ຳມັນໃນທົ່ວໂລກລະບຸວ່າປະລິມານນ້ຳມັນດິບຂອງ ອິຣານ ໃນເດືອນ ເມສາ ຜ່ານມາໄດ້ຫລຸດລົງເຫລືອ 2,6 ລ້ານຖັງຕໍ່ວັນ, ເປັນລະດັບຕ່ຳສຸດໃນຮອບ 5 ປີຜ່ານມາ ແລະ ຈະສືບຕໍ່ຫລຸດລົງລະດັບຕ່ຳສຸດເປັນປະຫວັດການນັບແຕ່ເກີດສົງຄາມກັບ ອິຣັກ ໃນຊຸມປີ 1980 ຂອງສັດຕະວັດກ່ອນ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ການສົ່ງອອກນ້ຳມັນຂອງ ອິຣານ ໃນເດືອນ ພຶດສະພາ ຈະຫລຸດລົງປະມານ 500.000 ຖັງຕໍ່ວັນເມື່ອທຽບໃສ່ຕົວເລກທ່ີກຳນົດໄວ້. IEA ລາຍງານວ່າ, ປະລິມານການສະໜອງນ້ຳມັນໃນທົ່ວໂລກຫລຸດລົງທ່າມກາງບັນດາປະເທດ OPEC ແລະພັນທະມິດລັດເຊຍ ພວມຊຸກຍູ້ຂໍ້ຕົກລົງໃໝ່ຫລ້າສຸດໃນການຈຳກັດການເພີ່ມປະລິມານການຜະລິດ. ເຖິງຢ່າງໃດກໍ່ຕາມ, ເດືອນເມສາ ຜ່ານມາ, ປະລິມານນ້ຳມັນດິບຂອງບັນດາປະເທດ OPEC ລວມມີ 440.000 ຖັງຕໍ່ວັນ, ເປັນຕົວເລກຕ່ຳກວ່າເປົ້າໝາຍທ່ີກຳນົດໄວ້. ນອກນັ້ນ, IEA ຍັງຄາດວ່າລະດັບຄວາມຕ້ອງການບໍລິໂພກນ້ຳມັນໃນທົ່ວໂລກໃນປີນີ້ຈະຫລຸດລົງເຫລືອ 1,3 ລ້ານຖັງຕໍ່ວັນ.

ຂ່າວ: ຂປລ