ສອງຝ່າຍຈະແລກປ່ຽນຫຼາຍບັນຫາລະອຽດ, ຄື: ການພົວພັນດ້ານເສດຖະກິດສອງຝ່າຍ; ການຮ່ວມມືມຸ່ງໄປເຖິງຜົນສຳເລັດຂອງກອງປະຊຸມສຸດຍອດ G20 ເຊິ່ງຈະດຳເນີນໃນທ້າຍເດືອນ ມິຖຸນາ ຢູ່ໂອສະກ້າ ແລະບັນດາບັນຫາທີ່ພວມດຶງດູດຄວາມສົນໃຈຂອງປະຊາຄົມສາກົນ, ໂດຍສະເພາະແມ່ນບັນຫາສປປ.ເກົາຫຼີ.

leftcenterrightdel
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ພາບ: The Telegraph.

ທ່ານນາຍົກລັດຖະມົນຕີ Shinzo Abe ກໍ່ໃຫ້ຮູ້ວ່າ, ໃນການຢ້ຽມຢາມຄັ້ງຈະມາເຖິງນີ້, ທ່ານປະທານາທິບໍດີ Donald Trump ອາດຈະພົບປະກັບບັນດາຄອບຄົວພົນລະເມືອງຍີ່ປຸ່ນ ຖືກ ສປປ.ເກົາຫຼີ ລອບຈັບຕົວເມື່ອຊຸມປີ 1970, 1980. ທ່ານ Shinzo Abe ເນັ້ນໜັກວ່າ, ຍີ່ປຸ່ນ ແລະອາເມລິກາ ຈະສົມທົບກັນແກ້ໄຂບັນຫາດັ່ງກ່າວ.

ຕາມແຜນການ, ທ່ານປະທານາທິບໍດີອາເມລິກາ Donald Trump ຈະໄປຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການໃນລະຫວ່າງວັນທີ 25 – 29 ພຶດສະພາ ຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn