leftcenterrightdel
ທ່ານ Seth Moulton, ອາຍຸ 40 ປີ, ເປັນສະມາຊິກລັດຖະສະພາພັກປະຊາທິປະໄຕຕາງໜ້າໃຫ້ແກ່ລັດ Massachusetts. ພາບ: Boston Herald.

ວັນທີ 22 ເມສາ, ທ່ານ Seth Moulton, ອາຍຸ 40 ປີ, ເປັນສະມາຊິກລັດຖະສະພາພັກປະຊາທິປະໄຕ ຕາງໜ້າໃຫ້ແກ່ລັດ Massachusetts ທັງແມ່ນນັກຮົບເກົ່າໃນສົງຄາມ ອີຣັກ ໄດ້ປະກາດເຂົ້າຮ່ວມການແຂ່ງຂັນເລືອກຕັ້ງເຂົ້າຕໍາແໜ່່ງ ປະທານາທິບໍດີອາເມລິກາ ໃນປີ 2020. ທ່ານ Moulton ບໍ່ໄດ້ຮັບການຕີລາຄາສູງໃນການແຂ່ງຂັນນີ້. ເຖິງຢ່າງໃດກໍຕາມ, ທ່ານ Moulton ພັດສ້າງຄວາມສົນໃຈໄດ້ໂດຍຜ່ານການທ້າທາຍບັນດາພື້ນຖານຂອງພັກປະຊາທິປະໄຕ.

ໃນເທບວິດີໂອໜຶ່ງ ໂດຍຖັນແຖວຂົນຂວາຍການຫາສຽງເລືອກຕັ້ງລົງໃນຢູທູບ, ທ່ານ Moulton ໄດ້ເນັ້ນໜັກວ່າສະພາບການແບ່ງແຍກມາເປັນທົດສະວັດໄດ້ພັງທະລາຍພື້ນຖານປະຊາທິປະໄຕ ແລະ ສຽງເວົ້າຂອງປະຊາຊົນອາເມລິກາ. ຕາມທ່ານແລ້ວ, ສາເຫດທີ່ເຂົ້າຮ່ວມການແຂ່ງຂັນເລືອກຕັ້ງເຂົ້າທໍານຽບຂາວແມ່ນຢາກ “ຕີປະລາໄຊ” ທ່ານປະທານາທິບໍດີ ອາເມລິກາ Donald Trump. ທ່ານກໍໃຫ້ຮູ້ວ່າທ່ານຢາກແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ,  ກໍຄືຊຸກຍູ້ພື້ນຖານເສດຖະກິດອາເມລິກາ ຜ່ານການປັບປຸງເຕັກໂນໂລຢີສູງ ແລະ ບັນດາຂະແໜງຜະລິດທີ່ກ້າວໜ້າ.

ແຫຼ່ງຄັດຈາກ: vovworld.vn