ຕາມຄໍາຖະແຫຼງການຂອງທ່ານ Harry Harris ເອກອັກຄະລັດຖະທູດອາເມລິກາ ປະຈໍາ ສ.ເກົາຫຼີ ໄດ້ຍົກອອກມາໃນວັນທີ 22 ເມສາ ໃນການຖະແຫຼງຂ່າວທີ່ໄດ້ຈັດຂຶ້ນຢູ່ ເຊີອູນ ນັ້ນແມ່ນຍັງບໍ່ຮັບປະກັນວ່າຈະດໍາເນີນກອງປະຊຸມສຸດຍອດຄັ້ງທີ 3 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເທື່ອ ແລະ ສິ່ງດັ່ງກ່າວແມ່ນຂຶ້ນກັບການກະທໍາຕໍ່ໄປຂອງການນໍາ ສປປ.ເກົາຫຼີ Kim Jong-un ຈະນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ສປປ.ເກົາຫຼີ ໃນອະນາຄົດໄດ້ຫຼືບໍ? ທ່ານ Harry Harris ກໍສະແດງຄວາມເຊື່ອໝັ້ນຕໍ່ຄວາມອາດສາມາດທີ່ຈະດໍາເນີນເຫດການດັ່ງກ່າວ, ໂດຍຖືວ່າທ່ານປະທານາທິບໍດີອາເມລິກາ Donald Trump ປາດຖະໜາຢາກ “ດໍາເນີນການພົບປະ”.
ກ່ຽວຂ້ອງເຖິງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໄດ້ດໍາເນີນຢູ່ ຮ່າໂນ້ຍ ຜ່ານມາໂດຍບໍ່ບັນລຸໄດ້ຂໍ້ຕົກລົງໃດໆ, ທ່ານ Harry Harris ຖືວ່າຂໍ້ສະເໜີຂອງສປປ.ເກົາຫຼີ ລົບລ້າງເຂດນິວເຄຼຍ Yongbyon ຂອງປະເທດນີ້ ເພື່ອປ່ຽນແທນແກ່ເລື່ອງຍົກເລີກບັນດາຄໍາສັ່ງລົງໂທດທີ່ສໍາຄັນແມ່ນ “ຂໍ້ຕົກລົງທີ່ບໍ່ມີຜົນດີ” ເພາະວ່າອາດຈະພາໄປເຖິງຄວາມອາດສາມາດຫຼຸຸດຜ່ອນບັນດາມາດຕະການລົງໂທດລົງໃນເມື່ອບັນດາໂຄງການອາວຸດຂອງ ສປປ.ເກົາຫຼີ ສ່ວນຫຼາຍແມ່ນຍັງຄືເກົ່າ.
ແຫຼ່ງຄັດຈາກ: vovworld.vn
Type the code from the image