ທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe ໃຫ້ຮູ້ວ່າ: ບັນດາເປົ້າໝາຍຖືກຈັບຕົວລ້ວນແຕ່ເປັນພົນລະເມືອງ ສີລັງກາ ແລະບັ້ນຕາມລາຊອກຈັບຕົວການພວມໄດ້ຮັບການປະຕິບັດ ແນໃສ່ຊອກຫາຜູ້ຖືກສົງໄສອື່ນໆຕື່ມອີກ. ຄະນະກຳມະການພິເສດໄດ້ຮັບການສ້າງຕັ້ງຂຶ້ນເພື່ອສືບສວນເຫດການດັ່ງກ່າວ.

leftcenterrightdel
ບັນດາປະເທດໃນໂລກກ່າວປະນາມເຫດວາງລະເບີດຢູ່ ສີລັງກາ (ພາບ: AFP/TTXVN)

ຕອນເຊົ້າວັນທີ 21 ເມສາ, ໄດ້ເກີດເຫດລະເບີດ 6 ຄັ້ງ ເບິ່ງຄືວ່າຖືກດຳເນີນໃນເວລາດຽວກັນຢູ່ໂບດ 3 ແຫ່ງ ແລະໂຮງແຮມ 3 ແຫ່ງໃນນະຄອນຫລວງ ໂກໂລມໂບ, ເທດສະບານເມືອງ Batticalao, Negombo. ຕອນບ່າຍໃນວັນດຽວກັນ, ກໍ່ເກີດເຫດລະເບີດອີກ 2 ຄັ້ງຢູ່ເຂດຊານນະຄອນຫລວງແມ່ນ Dehiwela ແລະ Dematagoda. ຕຳຫລວດໃຫ້ຮູ້ວ່າ: ມີເຫດວາງລະເບີດສະຫຼະຊີບ 2 ຄັ້ງ ໃນຈຳນວນເຫດວາງລະເບີດ 8 ຄັ້ງດັ່ງກ່າວ.

ບັນດາປະເທດຄື: ເຢຍລະມັນ, ໂອຕະລິດ, ນິວຊີແລນ, ບາເຣັນ, ກາຕາ, ສະຫະລັດ ອາຣັບ ເອມີເລັດ (UAE), ອີຢິບ, ອາບການິດສະຖານ, ປາກິດສະຖານ, ມາເລເຊຍ, ສິງກະໂປ… ສືບຕໍ່ກ່າວປະນາມ ແລະສະແດງການແບ່ງເບົາຄວາມເສົ້າສະຫລົດໃຈກັບ ສີລັງກາ.

ແຫຼ່ງຄັດຈາກ: vovworld.vn