ກອງປະຊຸມດຳເນີນໄປໃນເວລາມື້ຫນຶ່ງໄດ້ດຶງດູດຫົວຫນ້າບັນດາອົງການນິຕິບັນຍັດ ຈາກ ຕວກກີ, ອາຣັບບີ ຊາອຸດີ,ຈໍແດນ, ຊີຣີ ແລະ ຄູເວດ ເຂົ້າຮ່ວມ, ໃນຂະນະນັ້ນ ອີຣານ ພຽງແຕ່ສົ່ງເຈົ້າຫນ້າທີ່ລັດຖະສະພາຂັ້ນສູງ ທ່ານຫນຶ່ງ ມາຮ່ວມ.

ໃນຖະແຫລງການຍົກອອກ ພາຍຫລັງສິ້ນສຸດກອງປະຊຸມ, ບັນດາປະເທດເຂົ້າຮ່ວມໄດ້ໃຫ້ຄຳໝັ້ນສັນຍາສະຫນັບສະຫນູນຄວາມສະຖຽນລະພາບ, ການພັດທະນາ ແລະ ສ້າງສາອີຣັກ ຄືນໃຫມ່. ບັນດາຝ່າຍກໍ່ສະແດງໃຫ້ເຫັນຫລັກໝັ້ນຄັດຄ້ານການແຊກແຊງເຂົ້າວຽກງານພາຍໃນຂອງອີຣັກ ເຖິງວ່າສ່ວນຫລາຍບັນດາປະເທດເຂົ້າຮ່ວມກອງປະຊຸມລ້ວນແຕ່ມີຜົນປະໂຫຍດດ້ານເສດຖະກິດ ແລະການເມືອງ ຢ່າງເລິກເຊິ່ງ ຢູ່ປະເທດນີ້.

ແຫຼ່ງຄັດຈາກ: vovworld.vn