leftcenterrightdel
ພາບປະກອບຄັດຈາກ: Breitbart.

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 19 ເມສາ, ໂຄສົກວັງ Kremlin, ທ່ານ Dmitry Peskov ຢືນຢັນ: ມົດສະກູ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອຊຸກຍູ້ວິວັດການປອດນິວເຄຼຍໃນແຫລມເກົາຫລີ. ວັງ Kremlin ບໍ່ເປີດເຜີຍຂ່າວຄາວກ່ຽວກັບວັນເວລາ ແລະສະຖານທີ່ດຳເນີນບັນດາການພົບປະລະຫວ່າງການນຳລັດເຊຍ ແລະການນຳສປປ ເກົາຫຼີ ຍ້ອນບັນຫາຄວາມສະຫງົບປອດໄພ. ​​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ ຢືນຢັນວ່າ ການພົບປະຈະດຳເນີນຢູ່ ລັດເຊຍ.

ໃນວັນດຽວກັນ, ສຳນັກຂ່າວສານ KCNA ຂອງ ສປປ ເກົາຫຼີ ກໍ່ໃຫ້ຂ່າວວ່າ: ການນຳ ສປປ ເກົາຫຼີ Kim Jong un ໄດ້ສົ່ງຈົດໝາຍໃຫ້ທ່ານປະທານາທິບໍດີ V. Putin, ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມເພີ່ມທະວີການພົວພັນສອງຝ່າຍ.

ແຫຼ່ງຄັດຈາກ: vovworld.vn