leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ສະຫະພາບ ​ເອີຣົບ (ອີ​ຢູ) ​ຈະ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ ສ.ອາ​ເມ​ລິກາ ​ທີ່​ມີ​ມູນ​ຄ່າ​ປະ​ມານ 20 ຕື້​ໂດ​ລາ​ສະ​ຫະ​ລັດພາຍຫຼັງທ່ານ ​ເຊ​ຊີ​ເລຍ ມານ​ສ​ໂຕ​ຣມ, ກຳ​ມະ​ການ​ໃນ​ຄະ​ນະ​ກຳ​ມາ​ທິການ ອີ​ຢູ ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ຄ້າ​ໄດ້​ຖະ​ແຫລງ​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ການ​ຂຶ້ນ​ອັດຕາ​ພາສີ​ດັ່ງກ່າວ ​ເພື່ອ​ປົກ​ປ້ອງ​ສະ​ພາບ​ແວດ​ລ້ອມ​ການ​ແຂ່ງ​ຂັນ​ທີ່ຍຸດ​ຕິ​ທຳ​ໃຫ້​ແກ່​ຂະ​ແໜງ​ການ​ຜະ​ລິດເຮືອ​ບິນ​ຂອງອີ​ຢູ ແຕ່​ບໍ່​ຢາກ​ເປັນ​ປໍ​ລະ​ປັກ​ກັບ ສ.​ອາ​ເມ​ລິກາ. ສຳລັບ​ການ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ ສ.ອາ​ເມ​ຣລິກາ ​ແມ່ນ​ຂຶ້ນ​ກັບ​​ອົງ​ການ​ການ​ຄ້າ​ໂລກ ​ທີ່​ຈະ​ຕັດ​ສິນ​ຄະ​ດີເງິນ​ອຸດ​ໜູນບໍ​ລິ​ສັດ​ໂບ​ອິ້ງ​ ​ໃນ​ຕໍ່ໜ້າ.

ເນື້ອໃນ: ຂປລ