ການເລືອກຕັ້ງ ປະທານາທິບໍດີ ແລະອົງການນິຕິບັນຍັດ ຄັ້ງທໍາອິດໃນທົ່ວປະເທດ ອິນໂດເນເຊຍ ໄດ້ສິ້ນສຸດລົງໃນເວລາ 13 ໂມງຂອງວັນທີ 17 ເມສາ (ຕາມເວລາທ້ອງຖິ່ນ). ຕາມກົດໝາຍວ່າດ້ວຍການເລືອກຕັ້ງຂອງອິນໂດເນເຊຍ ແລ້ວ, ບັນດາອົງການສໍາຫຼວດອາດຈະດໍາເນີນການນັບບັດໃນຮອບເວລາ 2 ຊົ່ວໂມງພາຍຫຼັງສິ້ນສຸດການປ່ອນບັດ.

leftcenterrightdel
ທ່ານ Joko Widodo ທີ່ຄອງຕໍາແໜ່ງປະທານາທິບໍດີອິນໂດເນເຊຍ ພວມນໍາໜ້າໃນການປ່ອນບັດເລືອກຕັ້ງ ອິນໂດເນເຊຍ 2019. ພາບ: Tribunnews.com.

ໃນການປ່ອນບັດເລືອກຕັ້ງຄັ້ງນີ້, 40 ອົງການສໍາຫຼວດມີເງື່ອນໄຂພຽງພໍຈະປະຕິບັດການນັບບັດ. ໝາກຜົນໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ທ່ານ Joko Widodo ທີ່ພວມຄອງຕໍາແໜ່ງປະທານາທິບໍດີມີຄະແນນນໍາໜ້າທ່ານອະດີດນາຍພົນການທະຫານ Prabowo Subianto ທີ່ຫ່າງກັນແຕ່ 10 – 15%.

ທ່ານ Arief Budiman ປະທານຄະນະກໍາມະການເລືອກຕັ້ງໃຫ້ຮູ້ວ່າ ຜົນຂອງການປ່ອນບັດເລືອກຕັ້ງຈະໄດ້ປະກາດຢ່າງເປັນທາງການໃນວັນທີ 22 ພຶດສະພາ ຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn