ວັນບຸນມີການເຂົ້າຮ່ວມຂອງ 6 ແຂວງຢູ່ຫວຽດນາມ ລວມມີ: ເທື່ອທຽນເຫວ້, ຮ່າຕິ້ງ, ກວ໋າງຈິ້, ກວ໋າງນາມ, ກວ໋າງຫງາຍ, ກອນຕູມ ແລະ 4 ແຂວງຂອງປະເທດເພື່ອນບ້ານລາວ: ອັດຕະປື, ເຊກອງ, ສະຫວັນນະເຂດ, ສາລະວັນ.

leftcenterrightdel
ພາບປະກອບຄັດຈາກ: phatgiaoaluoi.com.

ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະການທ່ອງທ່ຽວບັນດາຊົນເຜ່ົາສ່ວນໜ້ອຍເຂດຊາຍແດນຫວຽດນາມ-ລາວ, ເຂດພາກໃຕ້-ໄຕງວຽນ ປີ 2019 ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເພື່ອແນໃສ່ອະນຸລັກຮັກສາ, ເສີມຂະຫຍາຍ ແລະເຊີດຊູຄຸນຄ່າມໍລະດົກວັດທະນະທຳບັນດາເຜົ່າຫວຽດນາມເວົ້າລວມ ແລະປະຊາຊົນບັນດາເຜົ່າສ່ວນໜ້ອຍເຂດຊາຍແດນສອງປະເທດ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ເສີມຂະຫຍາຍມູນເຊື້ອອັນດີງາມ ແລະຄວາມສະໜິດຕິດພັນປະຊາຄົມບັນດາເຜົ່າຫວຽດນາມ ກໍ່ຄືບັນດາຊົນເຜົ່າສ່ວນໜ້ອຍໃນພາກພື້ນ.

ໂດຍ: ສົມເພັດ