ນີ້ເອີ້ນວ່າແມ່ນມື້ສັງຂານຂຶ້ນນັ້ນ, ພິທີສົງພະພຸດທະຮູບມີຄວາມໝາຍວ່າສົ່ງອາກາດແຫ້ງແລ້ງໄປນຳປີເກົ່າ ແລະຕ້ອນຮັບລະດູຝົນມາໃນປີໃໝ່; ລ້າງສ່ວຍສິ່ງທີ່ບໍ່ດີຂອງປີເກົ່າອອກໄປ ເພື່ອກ້າວເຂົ້າສູ່ປີໃໝ່ດ້ວຍຈິດໃຈອັນສົດຊື່ນແຈ່ມໃສ. ບຸນເຕັດ Chol Chnam Thmay ຍັງເອີ້ນວ່າບຸນກ້າວເຂົ້າປີໃໝ່ຂອງຊົນເຜົ່າຂະແມ ເຊິ່ງໄດ້ດໍາເນີນແຕ່ວັນທີ 14 – 16 ເມສາ ຂອງແຕ່ລະປີ. 

ໜັງສືພິມກອງທັບປະຊາຊົນອອນລາຍ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບພິທີສົງພະພຸດທະຮູບຢູ່ວັດ Pitu Khosa Rangsay (ເມືອງນິງກ່ຽວ, ນະຄອນເກິ່ນເທີ). 

leftcenterrightdel
ວັດ Pitu Khosa Rangsay (ເມືອງນິງກ່ຽວ, ນະຄອນເກິ່ນເທີ) ໄດ້ຮັບການປະດັບປະດາຕົບແຕ່ງຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ ເພື່ອຕ້ອນຮັບພຸດທະສາສະນິກະຊົນ ເຂົ້າຮ່ວມພິທີສົງພະພຸດທະຮູບ. ພາບ: qdnd.vn.
leftcenterrightdel
ນໍ້າຫອມໃຊ້ເພື່ອສົງພະພຸດທະຮູບ ໄດ້ຮັບການກະກຽມມາເປັນຢ່າງດີ. ພາບ: qdnd.vn.
leftcenterrightdel
ພາຍຫຼັງສູດພາວະນາຂໍໃຫ້ຍາດຕິພີ່ນ້ອງທີ່ໄດ້ລ່ວງລັບໄປແລ້ວ, ບັນດາພະສົງ ແລະພຸດທະສາສະນິກະຊົນຂະແມໄດ້ພ້ອມກັນເຂົ້າຮ່ວມພິທີສົງພະພຸດທະຮູບ. ພາບ: qdnd.vn.
leftcenterrightdel
ໃນໂອກາດນີ້, ຄູບາຢູ່ວັດ ຍັງໄດ້ໃຫ້ສິນໃຫ້ພອນ, ສົ່ງຄຳອວຍພອນໃຫ້ພຸດທະສາສະນິກະຊົນ ຈົ່ງປະສົບແຕ່ສິ່ງດີງາມໃນປີໃໝ່. ພາບ: qdnd.vn.

ໂດຍ: ໄຊຊະນະ