ທ່ານ ຟ້າມວັນຮຸ່ງ ຮອງປະທານທັງເປັນເລຂາທິການໃຫຍ່ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ລາວ, ສະມາຊິກຄະນະຂົນຂວາຍໂຄງການວັນໄຫວ້ບູຊາເຈົ້າຊີວິດຮຸ່ງ     ຫວຽດນາມ ໃນທົ່ວໂລກໃຫ້ຮູ້ວ່າ: ວຽກງານກະກຽມໃຫ້ແກ່ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຄັ້ງທໍາອິດທີ່ຈັດຕັ້ງຢູ່ ລາວ ໄດ້ສໍາເລັດໂດຍພື້ນຖານແລ້ວ.

ສະຖານທູດຫວຽດນາມ ປະຈໍາລາວ ໄດ້ຈັດຕັ້ງການປະຊຸມກັບຜູ້ຕາງໜ້າສະມາຄົມໃຫຍ່ຊາວຫວຽດນາມ ຢູ່ລາວ, ກຸ່ມວິສາຫະກິດພ້ອມກັບປະຊາຄົມພໍ່ແມ່ປະຊາຊົນ... ແລະສ້າງຕັ້ງຄະນະຜູ້ຮັບຜິດຊອບວຽກງານຈັດຕັ້ງ, ພະລາທິການ, ຂົນຂວາຍ 22 ຄົນ...

leftcenterrightdel
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຢຸຍຈູງ ກໍາມະການຄະນະບໍລິຫານງານສູນກາງແນວລາວສ້າງຊາດ, ປະທານສະມາຄົມໃຫຍ່ຊາວ ຫວຽດນາມ ຢູ່ລາວຖືວ່າພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ມີຄວາມໝາຍອັນໃຫຍ່ຫຼວງສໍາລັບປະຊາຄົມຊາວຫວຽດນາມ ຢູ່ ລາວ, ສ້າງເງື່ອນໄຂໃຫ້ຫຼາຍຄົນທີ່ບໍ່ສາມາດກັບເມືອປະເທດໃນໂອກາດວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ສາມາດເຂົ້າຮ່ວມ. ນອກຈາກນັ້ນ, ທ່ານ ຫງວຽນຢຸຍຈູງ ເນັ້ນໜັກວ່ານີ້ແມ່ນໂອກາດ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ ລາວ ຊອກຮູ້ກ່ຽວກັບປະຫວັດສາດເຈົ້າຊີວິດຮຸ່ງ, ຍົກສູງຈິດໃຈສາມັກຄີ, ສະໜິດຕິດພັນກັນໃຫ້ຫຼາຍກວ່າອີກເພື່ອໃຫ້ປະຊາຄົມຊາວຫວຽດນາມ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

ໂດຍ: ທະນາພອນ