ເຊີດຊູວັດທະນະທຳພື້ນເມືອງຢູ່ “ວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ”
ກປ.ອອນໄລ - ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ຫາກໍ່ປະກາດໃຊ້ແຜນການສະບັບເລກທີ 951/KH-BVHTTDL ກ່ຽວກັບການຈັດຕັ້ງ “ວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ” ປີ 2022 ຢູ່ໝູ່ບ້ານວັດທະນະທຳ -ທ່ອງທ່ຽວບັນດາເຜົ່າຫວຽດນາມ.
“ວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ” ປີ 2022 ຈະດຳເນີນແຕ່ວັນທີ 16-19 ເມສາ, ດ້ວຍ 4 ກຸ່ມເຄື່ອນໄຫວຕົ້ນຕໍ ລວມມີ: ເວທີປາໄສກ່ຽວກັບວັດທະນະທຳ; ກອງປະຊຸມພົບປະກັບນັກສິລະປິນ, ຜູ້ທີ່ມີການປະກອບສ່ວນເຂົ້າໃນການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທຳບັນດາເຜົ່າ; ງານວາງສະແດງ “ດອກບົວໃນຊີວິດດ້ານວັດທະນະທຳຫວຽດນາມ”; ວາດພາບບັນດາງານບຸນ, ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ. ນອກຈາກນັ້ນ ຍັງມີການເຄື່ອນໄຫວປະຈຳວັນຂອງປະຊາຄົມບັນດາເຜົ່າຢູ່ໝູ່ບ້ານວັດທະນະທຳ-ທ່ອງທ່ຽວ ບັນດາເຜົ່າຫວຽດນາມ ຫຼາຍຢ່າງຕື່ມອີກ.
    |
 |
ຊາວເຜົ່າຢາລາຍ ສະແດງຢູ່ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ. ພາບ: ຄະນະຈັດຕັ້ງ |
ຈຸດປະສົງຂອງການເຄື່ອນໄຫວນີ້ແມ່ນ ເພື່ອຍົກສູງສະຕິຄວາມຮູ້ ແລະຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະປະຊາຊົນທຸກຊັ້ນວັນນະໃນວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງ 54 ຊົນເຜົ່າຫວຽດນາມ ໃນການປະຕິບັດການເຄື່ອນໄຫວ “ທົ່ວປວງຊົນສາມັກຄີສ້າງຊີວິດດ້ານວັດທະນະທຳ”, ປົກປັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳຂອງວົງຄະນາຍາດປະກອບສ່ວນສ້າງພື້ນຖານວັດທະນະທຳຫວຽດນາມ ໃຫ້ກ້າວໜ້າ ແລະເຂັ້ມຂຸ້ນໄປດ້ວຍສີສັນຊາດ.
ໃນຂອບເຂດຂອງລາຍການ, ການເຄື່ອນໄຫວຈະວາດພາບ, ແນະນຳ, ໂຄສະນາ, ອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳພື້ນເມືອງຂອງບັນດາເຜົ່າຫວຽດນາມ ເພື່ອມຸ່ງໄປເຖິງການສ້າງສະພາບແວດລ້ອມທາງດ້ານວັດທະນະທຳໃຫ້ປອດໃສນັບແຕ່ຂັ້ນຮາກຖານ.
ໂດຍ: ທະນາພອນ