ທະຫານຍາມໃດກໍ່ກຽມພ້ອມຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ພ້ອມແລ້ວນທີ່ຈະເສຍສະຫຼະ ເພື່ອຊ່ວຍເຫຼືອປະຊາຊົນຢ່າງທັນການ. ນັ້ນແມ່ນການຕີລາຄາທີ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຮັກແພງ ເຊິ່ງການນໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດທີ່ມີຕໍ່ພະນັກງານ, ນັກຮົບກອງທັບ.

ກິນໃນປ່າ, ນອນໃນຕູບເພື່ອສະຫງວນຕຽງນອນໃຫ້ແກ່ປະຊາຊົນ

ປີ 2020 ເລີ່ມຕົ້ນດ້ວຍການລະບາດຂອງພະຍາດ-19 ໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ຍ້ອນມີບັນດານະໂຍບາຍທີ່ຖືກຕ້ອງ, ຫວຽດນາມ ຈຶ່ງສາມາດຄວບຄຸມພະຍາດໄດ້, ປະກອບສ່ວນນໍາຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ ພົ້ນເດັ່ນປະສົບຜົນສໍາເລັດທີ່ສຸດໃນປີ 2020. ທະຫານລຸງໂຮ່ ແມ່ນໜຶ່ງໃນກ້ອນກຳລັງທີ່ປະກອບສ່ວນກໍາລັງແຮງຢ່າງໃຫຍ່ຫຼວງເຂົ້າໃນຜົນສຳເລັດລວມຂອງປະເທດກ່ຽວກັບການປ້ອງກັນ ແລະຕ້ານພະຍາດໂຄວິດ-19.

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ, ທະຫານຊາຍແດນແມ່ນເຄີຍປະສົບກັບຄວາມຫຍຸ້ງຍາກ ແລະລໍາບາກຫຼາຍແລ້ວ, ຕ້ອງຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ຄອບຄົວ, ຍາດຕິພີ່ນ້ອງ, ຕັ້ງທັບຢູ່ເຂດຫ່າງໄກສອກຫຼີກ, ເຂດທີ່ມີເງື່ອນໄຂເສດຖະກິດ - ສັງຄົມຫຍຸ້ງຍາກເປັນພິເສດ; ດຽວນີ້ພັດກຽມພ້ອມຕໍ່ຄວາມຫຍຸ້ງຍາກ, ລໍາບາກຕ້ອງນອນຢູ່ໃນຕູບ, ຕາມແຄມທາງອີກເທື່ອໜຶ່ງ ເພື່ອປ້ອງກັນ ແລະຕ້ານພະຍາດໂຄວິດ-19.

ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ເກິ່ມທິເໝິນ  (ຄະນະສະມາຊິກສະພາແຫ່ງຊາດແຂວງແທັງຮວ໊າ) ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີແບບມີແຜນ, ມີວິທະຍາສາດ ແລະມີປະສິດທິຜົນ. ທ່ານນາງ ໃຫ້ຮູ້ວ່າ, ທະຫານຊາຍແດນໄດ້ຈັດຕັ້ງການຈົດທະບຽນ, ອະນຸມັດ, ປະສານງານ, ແບ່ງຊ່ອງທາງ ແລະຮັບພົນລະເມືອງຫວຽດນາມ ເຂົ້າເມືອງຢູ່ດ່ານຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ແກ່ພາຫະນະເຂົ້າ-ອອກເມືອງກ່ວາ 100,000 ຄັນດ້ວຍສິນຄ້ານັບຮ້ອຍໆລ້ານໂຕນຜ່ານດ່ານຊາຍແດນ; ສົມທົບກັນແກ້ໄຂຫຼາຍໆກໍລະນີ, ບັນດາເປົ້າໝາຍທີ່ສວຍໃຊ້ພາຫະນະຜ່ານດ່ານຊາຍແດນ ເພື່ອລະເມີດກົດໝາຍ, ປະກອບສ່ວນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດ ທົ່ວປະເທດ, ພິເສດແມ່ນເຂດຊາຍແດນ...

ບໍ່ຢ້ານກົວອັນຕະລາຍ, ກະທໍາເພື່ອປະຊາຊົນ

leftcenterrightdel
ທະຫານແຂວງກວ໋າງບິ່ງ ຊ່ວຍເຫຼືອປະຊາຊົນໃນໄພນ້ຳຖ້ວມຄັ້ງປະຫວັດສາດເດືອນຕຸລາ  2020. ພາບ: ມີງຕູ໋

ບໍ່ເຄີຍມີປີໃດທີ່ຫວຽດນາມ ຕ້ອງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຄືປີ 2020. ພະຍາດ ແລະໄພທຳມະຊາດເກີດຂຶ້ນຢ່າງຕໍ່ເນື່ອງ. ເມື່ອເກີດໄພທຳມະຊາດ, ທະຫານລຸງໂຮ່ ບໍ່ຢ້ານກົວຄວາມຫຍຸ້ງຍາກ, ອັນຕະລາຍ, ພະຍາຍາມຊອກຫາວິທີເຂົ້າໄປເຂດເກີດພາຍຸນໍ້າຖ້ວມ, ບໍລິເວນດິນເຈື່ອນ ເພື່ອຊ່ວຍເຫຼືອປະຊາຊົນຢ່າງວ່ອງໄວ ແລະທັນການ. “ວຽກດ່ວນ, ເພື່ອໜ້າທີ່, ເພື່ອປະຊາຊົນ, ພວກເຮົາຕ້ອງເຮັດ” ນັ້ນແມ່ນຄໍາເວົ້າຂອງທ່ານພົນຈັດຕະວາ ຫງວຽນວັນມານ (ຮອງຫົວໜ້າກອງບັນຊາການທະຫານເຂດ 4, ສະມາຊິກສະພາແຫ່ງຊາດສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງກວ໋າງບິ່ງ ກ່ອນທີ່ເສຍສະຫຼະຊີວິດ) ທີ່ ເພິ່ນໄດ້ເວົ້າກັບເພື່ອນຮ່ວມກົມກອງທີ່ເຂົ້າຮ່ວມຄະນະກູ້ຊີບ-ກູ້ໄພຢູ່ຣ່າວຈັງ (ແຂວງເທື່ອທຽນເຫວ້) ແລະການເສຍສະຫຼະຊີວິດຂອງພວກອ້າຍໄດ້ສ້າງຄວາມສະເທືອນໃຈຢ່າງແຮງໃນໝູ່ປະຊາຊົນ ແລະສະພາແຫ່ງຊາດ.

ເມື່ອວາດພາບຮູບພາບທະຫານລຸງໂຮ່ ພ້ອມກັບກ້ອນກໍາລັງຢູ່ກັບທີ່ ທີ່ບຸກນ້ຳລຸຍຕົມໃນເຂດເກີດພາຍຸນໍ້າຖ້ວມ, ບໍ່ຄຳນຶງເຖິງຊີວິດຂອງຕົນເພື່ອຊ່ວຍປະຊາຊົນ, ກອບກູ້ເອົາຊັບສິນ, ສະມາຊິກສະພາແຫ່ງຊາດ ເຈິ່ນກົງທວດ (ຄະນະສະມາຊິກສະພາແຫ່ງຊາດແຂວງກວ໋າງບິ່ງ)  ເວົ້າດ້ວຍຄວາມສະເທືອນໃຈວ່າ: “ຖ້າບໍ່ມີການເປັນເຈົ້າການຊ່ວຍເຫຼືອໃນຄັ້ງນີ້ ແນ່ວ່າຄວາມເສຍຫາຍຈະໃຫຍ່ຫຼວງກວ່ານີ້. ພິເສດແມ່ນຊີວິດອິນຊີ. ໃນໄລຍະເກີດພະຍຸນ້ຳຖ້ວມ, ນໍ້າໃຈສະຫາຍ, ນ້ຳໃຈຄວາມຮັກແພງລະຫວ່າງພໍ່ແມ່ປະຊາຊົນ ແລະການແບ່ງປັນໃນໄລຍະທີ່ຫຍຸ້ງຍາກລຳບາກໄດ້ເສີມຂະຫຍາຍ ແລະເຮັດໃຫ້ມູນເຊື້ອຮັກຊາດແພງເຊື້ອ, "ຮັກປະຊາຊົນຄືກັບຮັກຕົນເອງ" ປະກາຍແສງສວຍງາມຕື່ມອີກ.

ຕີລາຄາສູງຕໍ່ຈິດໃຈອົງອາດກ້າຫານ, ຄວາມສຸດຈິດສຸດໃຈເພື່ອປະຊາຊົນ, ເປັນຕົ້ນແມ່ນການກະທຳ, ລັກສະນະເປັນມືອາຊີບຂອງທະຫານໃນວຽກງານຊອກຫາກູ້ຊີບ-ກູ້ໄພ, ສະມາຊິກສະພາແຫ່ງຊາດ ຫງວຽນຕ້າວ (ຄະນະສະມາຊິກສະພາແຫ່ງຊາດ ແຂວງເລິມດົ່ງ) ຍົກຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ເພື່ອສະເໜີໃຫ້ລັດຖະບານ ຄົ້ນຄວ້າສ້າງຕັ້ງກໍາລັງກູ້ຊີບ - ກູ້ໄພເອກະລາດ, ເປັນມືອາຊີບ ແລະມອບໝາຍໃຫ້ກອງທັບປະຊາຊົນເປັນແກ່ນສານ, ຕິດພັນກັບການລົງທຶນດ້ານພາຫະນະຮັບໃຊ້ໂດຍສະເພາະ, ເຕັກນິກທີ່ກ້າວໜ້າ ແລະທັນສະໄໝ ເພື່ອຜັນຂະຫຍາຍຢ່າງທັນການ ແລະມີປະສິດທິຜົນໃນການຮັບມື, ກູ້ຊີບ-ກູ້ໄພຢ່າງຍາວນານ ແລະປັບປຸງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນໃນການປ້ອງກັນ ແລະຕ້ານໄພທຳມະຊາດ.

ສະມາຊິກສະພາແຫ່ງຊາດ ຫງວຽນຫງອັກເຟືອງ (ຄະນະສະມາຊິກສະພາແຫ່ງຊາດແຂວງກວ໋າງບິ່ງ) ແບ່ງປັນວ່າ: "ຈາກຄວາມເປັນຈິງໃນການໄດ້ສໍາຜັດກັບພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍໃນແຂວງ, ພວກຂ້າພະເຈົ້າຮັບຮູ້ວ່າ, ກໍາລັງກອງທັບ ຍາມໃດກໍ່ສະແດງຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່, ຍາມໃດກໍ່ສະໜິດສະໜົມກັບພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະປະຊາຊົນຢູ່ເຂດຊາຍແດນ…”.

ກໍ່ເລີ່ມຈາກຄວາມເປັນຈິງໃນການປະຕິບັດງານຢູ່ແຂວງເຂດພູດອຍ ແລະຊາຍ ແດນ, ສະມາຊິກສະພາແຫ່ງຊາດ ເບ໊ມິງດຶກ (ຄະນະສະມາຊິກສະພາແຫ່ງຊາດແຂວງກາວບັ່ງ) ຕີລາຄາວ່າ: “ທະຫານຊາຍແດນໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງ, ປັບປຸງຮາກຖານການເມືອງ, ພັດທະນາເສດຖະກິດ - ສັງຄົມຢູ່ເຂດຊາຍແດນ. ບັນດາການປະກອບສ່ວນ, ການເສຍສະຫຼະຂອງພະນັກງານ, ນັກຮົບຊາຍແດນໃນການປະຕິບັດໜ້າທີ່ປົກປັກຮັກສາຊາຍແດນກໍ່ຄືໜ້າທີ່ສ້າງ, ປັບປຸງຮາກຖານການເມືອງ, ເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນນັ້ນ ໄດ້ຢັ້ງຢືນໃຫ້ເຫັນບົດບາດສຳຄັນທີ່ສຸດຂອງທະຫານຊາຍແດນ”.

ປີ 2020 ສິ້ນສຸດລົງແຕ່ວຽກເຮັດງານເພື່ອປະຊາຊົນ ແລະເພື່ອປະເທດຊາດຂອງທະຫານລຸງໂຮ່; ບັນດາການປະກອບສ່ວນ ແລະການເສຍສະຫຼະແບບມິດງຽບຂອງທະຫານລຸງໂຮ່ໃນບາງຄັ້ງຄາວ, ຢູ່ບ່ອນທີ່ຫຍຸ້ງຍາກທີ່ສຸດ ແລະອັນຕະລາຍທີ່ສຸດ ເພື່ອຊ່ວຍເຫຼືອປະຊາຊົນຍາມໃດກໍ່ສະຫວ່າງສະໄຫວ ຢູ່ໃນດວງໃຈຂອງປະຊາຊົນແຕ່ລະຄົນ .

ໂດຍ: ທະນາພອນ