ຜູ້ຕາງໜ້າຂອງສອງແຂວງນິງບິ່ງ ແລະລ່າວກາຍ ໄດ້ແນະນໍາກ່ຽວກັບບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ.

leftcenterrightdel
ກອງປະຊຸມສົ່ງເສີມ, ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງແຂວງ  ນິງບິ່ງ ແລະລ່າວກາຍ (ພາບ: baolaocai.vn)

ກໍທີ່ກອງປະຊຸມ, ບັນດາວິສາຫະກິດທ່ອງທ່ຽວທີ່ມາຈາກແຂວງຕ່າງໆ ໄດ້ສະເໜີຕໍ່ການນໍາສອງແຂວງດັ່ງກ່າວ ແລະຂະແໜງຄຸ້ມຄອງລັດ ກ່ຽວກັບການທ່ອງທ່ຽວ ເພື່ອຊອກຫາມາດຕະການພັດທະນາການທ່ອງທ່ຽວຂອງສອງແຂວງ ນິງບິ່ງ ແລະລ່າວກາຍ. ບັນດາວິສາຫະກິດ ມີຄວາມສົນໃຈເປັນພິເສດເຖິງຄວາມສາມາດບົ່ມຊ້ອນ, ກົນໄກນະໂຍບາຍບຸລິມະສິດ ເພື່ອດຶງດູດແຂກທ່ອງທ່ຽວ, ຟື້ນຟູຂະແໜງທ່ອງທ່ຽວ ພາຍຫຼັງໂລກລະບາດໂຄວິດ - 19.

ມາຮອດຈຸດເວລານີ້, ບັນດາສະຖານທີ່ພັກເຊົາຢູ່ນິງບິ່ງ ໄດ້ ແລະກໍາລັງຜັນຂະຫຍາຍຜະລິດຕະພັນໃໝ່ຫຼາຍຢ່າງ ເພື່ອກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ. ທາງແຂວງນິງບິ່ງ ຍັງສຸມໃສ່ຜັນຂະຫຍາຍບັນດາມາດຕະການພັດທະນາການທ່ອງທ່ຽວຢ່າງຄົບຊຸດ.

ແຫຼ່ງຄັດຈາກ vovworld.vn