leftcenterrightdel
ແຂກທ່ອງທ່ຽວ ຊົມທິວທັດທໍາມະຊາດຂອງອ່າວຮ້າລອງຢູ່ເທິງກໍາປັ່ນທ່ອງທ່ຽວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ນັບແຕ່ນີ້ຈົນຮອດທ້າຍປີ 2020, ແຂວງກວ໋າງນິງ ຈະສຸມໃສ່ເຂົ້າບັນດາເນື້ອໃນຈັດຕັ້ງລາຍການສົ່ງເສີມການທ່ອງທ່ຽວແຂວງກວ໋າງນິງ ຢູ່ບັນດາຕະຫຼາດທ່ອງທ່ຽວສາກົນ, ຄື: ເຊັກໂກ, ອິນເດຍ; ບັນດາຕະຫຼາດທ່ອງທ່ຽວພາຍໃນປະເທດ, ຄື: ໄຕງວຽນ, ພາກໃຕ້, ພາກຕາເວັນຕົກສ່ຽງໃຕ້; ຈັດຕັ້ງການກະຕຸກຊຸກຍູ້ ແລະການສື່ສານກ່ຽວກັບ “ການທ່ອງທ່ຽວກວ໋າງນິງ ມີຄວາມປອດໄພ” (Safe Trip to Quang Ninh). ນອກຈາກນີ້, ແຂວງກວ໋າງນິງ ຍັງສ້າງການກະຕຸກຊຸກຍູ້ການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຄື: “ສະແດງຄວາມຮູ້ບຸນຄຸນຕໍ່ແຂກທ່ອງທ່ຽວພ້ອມກັນຜ່ານຜ່າພະຍາດໂຄວິດ-19, “ຮ້າລອງ-ສູນກາງແຫ່ງການທ່ອງທ່ຽວສາກົນ”, “ຄົ້ນຫາກວ໋າງນິງ, ບັນດາສະຖານທີ່ທ່ອງທ່ຽວໃໝ່....

ໂດຍ: ໄຊຊະນະ