ທ້າຍເດືອນກຸມພາ, ຕົ້ນເດືອນມີນາ ແມ່ນຈຸດເວລາດອກສ້ຽວປ່າບານອອກຫຼາຍທີ່ສຸດ. ດອກສ້ຽວປ່າບານອອກທົ່ວກາງກິ່ວ, ຈອມພູ, ພິເສດຢູ່ຕາມຖະໜົນນະຄອນດ້ຽນບຽນຝູສາຍຕ່າງໆ. ລະດູດອກສ້ຽວປ່າແກ່ຍາວຈົນໝົດເດືອນເມສາ ແລະຕິດພັນກັບງານບຸນປະເພນີ, ການລະເຫຼິ້ນຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດທິດຕາເວັນຕົກສ່ຽງເໜືອ.

ເທບນິຍາຍກ່ຽວກັບດອກໄມ້ຊະນິດນີ້ຕິດພັນກັບສາວງາມຄົນໜຶ່ງທີ່ມີຊື່ວ່າ ບານ, ເຮັດໃຫ້ຜູ້ບ່າວຫຼາຍໆຄົນຕິດໃຈຮັກແພງ, ແຕ່ນາງ ບານ ພັດຮັກຜູ້ບ່າວທີ່ທຸກຍາກແຕ່ມີຄວາມເກັ່ງກ້າສາມາດ, ລາວຊື່ວ່າ ຄຸມ. ຄອບຄົວຂອງນາງ ບານ ບໍ່ຍອມຮັບຜູ້ບ່າວທຸກຍາກນັ້ນ, ເຂົາເຈົ້າອອກແຮງກີດຂວາງ, ແບ່ງແຍກຄູ່ຮັກນີ້. ໂດຍບໍ່ຍອມພັດພາກຈາກກັນ, ຄູ່ຮັກນີ້ໄດ້ໜີໄປດ້ວຍຄວາມຫວັງຢາກໄດ້ຢູ່ຮ່ວມກັນໃນຄວາມຜາສຸກຕະຫຼອດຊີວິດ. ທ້າວ ຄຸມ ແລະນາງ ບານ ລ່ວງລັບໄປເມື່ອຄວາມຮັກບໍ່ທັນສົມຫວັງເທື່ອ. ນາງ ບານ ກາຍເປັນຕົ້ນໄມ້ທີ່ມີດອກສີຂາວບໍລິສຸດ, ຊາວບ້ານເອົາຊື່ນາງມາຕັ້ງຊື່ໃຫ້ດອກໄມ້ຊະນິດນັ້ນແມ່ນດອກສ້ຽວປ່າ. ຈາກນັ້ນມາ, ໃນຈິດສໍານຶກຂອງຊາວຕາເວັນຕົກສ່ຽງເໜືອ, ດອກສ້ຽວປ່າເປັນສັນຍະລັກແຫ່ງຄວາມສັດຊື່ບໍລິສຸດ ແລະຄວາມສວຍງາມບໍລິສຸດຂອງຜູ້ສາວ.

ໜັງສືພິມກອງທັບປະຊາຊົນເອເລັກໂຕນິກຂໍແນະນໍາບາງຮູບພາບກ່ຽວກັບດອກສ້ຽວປ່າເຂດຕາເວັນຕົກສ່ຽງເໜືອ.

leftcenterrightdel
ດອກສ້ຽວປ່າ ບານອອກຢູ່ຕາມຖະໜົນນະຄອນດ້ຽນບຽນຝູ. ພາບ: ຟ້າມກຽນ

leftcenterrightdel
ດອກສ້ຽວປ່າແມ່ນດອກໄມ້ສີຂາວສະຫຼັບກັບສີໝາກມ່ວງ  ເຊິ່ງເປັນສັນ ຍະລັກເຂດພູຜາທາງທິດຕາເວັນຕົກສ່ຽງເໜືອ. ພາບ: ຟ້າມກຽນ.

leftcenterrightdel
ດອກສ້ຽວປ່າ ບານສະພັ່ງໃນເດືອນມີນາ. ພາບ: ຟ້າມກຽນ.

leftcenterrightdel
ປະຊາຊົນຈໍານວນຫຼວງຫຼາຍ ມາຖ່າຍຮູບເປັນທີ່ລະນຶກພ້ອມກັບດອກສ້ຽວ ປ່າເທິງ ພູ A1. ພາບ: ຟ້າມກຽນ.

leftcenterrightdel
ຜູ້ສາວ ຖ່າຍຮູບພ້ອມກັບດອກສ້ຽວປ່າ. ພາບ: ຟ້າມກຽນ.

leftcenterrightdel
ດອກສ້ຽວປ່າ ເບັ່ງບານສີຂາວເທິງພູ A1. ພາບ: ຟ້າມກຽນ.

ໂດຍ: ໄຊຊະນະ

.