ທ່ານ ຫງວຽນຮວ່າງຫວຽດ, ຕາງໜ້າອົງການເຈົ້າພາບຈັດຕັ້ງງານວາງສະແດງໃຫ້ຮູ້ວ່າ: ງານວາງສະແດງໄດ້ແນະນໍາເຖິງຜູ້ຊົມກ່ຽວກັບປະເທດຊາດຫວຽດນາມ ທີ່ສວຍງາມ, ສະຫງົບສຸກ; ຊາວຫວຽດນາມ ທີ່ມີຈິດໃຈເມດຕາກະລຸນາ, ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ຮັກແພງແຂກຄົນ. ຄຽງຂ້າງບັນດາຮູບພາບທໍາມະຊາດທີ່ສວຍງາມຂອງທຸກແຖບຖິ່ນໃນທົ່ວປະເທດຊາດ, ຜູ້ຊົມສາມາດເຫັນໄດ້ຜົນງານໃນພາລະກິດປ່ຽນແປງໃໝ່, ພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ໃນປະຈຸບັນ. ພິເສດ, ງານວາງສະແດງໄດ້ແນະນໍາບັນດາຮູບພາບກ່ຽວກັບຜົນງານ, ຂີດໝາຍສໍາຄັນໃນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ, ໃນນັ້ນມີເຂດຕາເວັນອອກໄກ, ຜ່ານນັ້ນຊ່ວຍໃຫ້ຜູ້ຊົມເຂົ້າໃຈກ່ຽວກັບການພັດທະນາຢ່າງບໍ່ຢຸດຢັ້ງຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດກວ່າອີກ.

leftcenterrightdel
ທ່ານ ຫງວຽນຮວ່າງຫວຽດ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ Vladivostok ແນະນໍາຮູບພາບວາງສະແດງໃຫ້ແຂກຖືກເຊີນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາສູງຄວາມໝາຍຂອງງານວາງສະແດງຮູບພາບ, ທ່ານ Konstantin Loboda ຮອງຫົວໜ້າຫ້ອງວ່າການນະຄອນ Vladivostok ໃຫ້ຮູ້ວ່າ Vladivostok ສວມບົດບາດສໍາຄັນໃນການພັດທະນານໍ້າໃຈມິດຕະພາບລັດເຊຍ-ຫວຽດນາມ ທັງເຂດຕາເວັນອອກໄກ. ຕາມທ່ານແລ້ວ, ງານວາງສະແດງດັ່ງກ່າວແມ່ນໂອກາດເພື່ອໃຫ້ປະຊາຊົນ Vladivostok ແລະແຂກຖືກເຊີນຮູ້ຈັກເຖິງມູນເຊື້ອຂອງຊາດຫວຽດນາມ ກວ່າອີກ, ໄດ້ຊອກຮູ້ບັນດາຈຸດສະເພາະພິເສດຂອງປະເທດຊາດ ແລະຊາວຫວຽດນາມ.

ໂດຍ: ທະນາພອນ