ປີ 1975, ພາຍຫຼັງປະເທດຊາດໄດ້ຮັບການທ້ອນໂຮມເປັນເອກະພາບ, ທ່ານ ຫງວຽນວັນນິງ (ຄາວນັ້ນແມ່ນຮອງຫົວໜ້າຫ້ອງເຫຼົ່າຮົບ-ເຫຼົ່າທັບ, ກົມສູ້ຮົບ) ແມ່ນໜຶ່ງໃນບັນດາພະນັກງານຜູ້ທໍາອິດຂອງກົມໄດ້ຮັບແຕ່ງຕັ້ງໃຫ້ໄປໝູ່ເກາະເຈື່ອງຊາ ເພື່ອຄົ້ນຄວ້າ, ຮັບໜ້າທີ່  ແລະແກ້ໄຂບັນດາບັນຫາທະເລໝູ່ເກາະຢູ່ເຈື່ອງຊາ. ຕະຫຼອດ 15 ປີ (1975-1990), ເລືອດ, ຢາດເຫື່ອ, ນໍ້າຕາຂອງທ່ານ ນິງ ພ້ອມກັບເພື່ອນຮ່ວມກອງໄດ້ເຈືອຈານພ້ອມກັບຊາຍຂາວ, ສາຍລົມ ແລະຄື້ນທະເລເຈື່ອງຊາ...

ໃນຊຸມປີຢູ່ເກາະນັ້ນ, ທ່ານຮູ້ສຶກທີ່ສຸດຕໍ່ຄວາມຫຍຸ້ງຍາກລໍາບາກ ແລະຄວາມຂາດແຄນຫຼາຍຢ່າງຂອງທະຫານ. ຢູ່ທີ່ນີ້,  ຜັກຂຽວແມ່ນສິ່ງຫາຍາກທີ່ສຸດ. ສະນັ້ນ, ທະຫານຕ້ອງກິນສາຫຼ່າຍທະເລແທນໃຫ້. ແຕ່ຄວາມຫຍຸ້ງຍາກທີ່ສຸດແມ່ນນໍ້າຈືດ... ຕາມທ່ານ ນິງ ແລ້ວ, ຊີວິດການເປັນຢູ່ຂອງອ້າຍນ້ອງຢູ່ຮ້ານເວນຍາມ DK1 ກໍ່ປະສົບກັບຄວາມຫຍຸ້ງຍາກລໍາບາກເຊັ່ນດຽວກັນ. ອ້າຍນ້ອງຢູ່ຮ້ານເວນຍາມຕ້ອງດໍາລົງຊີວິດບົນທະເລຕະຫຼອດປີ, ຊໍ້າບໍ່ໜໍາຕ້ອງຢູ່ຫຼາຍປີຈຶ່ງໄດ້ກັບຄືນດິນຕໍ່ແຜ່ນ. ທ່ານ ນິງ ແບ່ງປັນວ່າ. “ໃນໄລຍະທຳອິດແຫ່ງການກໍ່ສ້າງ, ວິທະຍາສາດເຕັກໂນໂລຢີບໍ່ທັນກ້າວໜ້າຄືໃນປັດຈຸບັນ, ເມື່ອພາຍຸເກີດຂຶ້ນໄດ້ສົ່ງຜົນສະທ້ອນຢ່າງແຮງເຖິງຮ້ານເວນຍາມ, ຂົ່ມຂູ່ເຖິງຊີວິດຂອງອ້າຍນ້ອງ. ເຖິງວ່າຈະອັນຕະລາຍຄືແນວນັ້ນແຕ່ອ້າຍນ້ອງຍັງຄົງເດັດດ່ຽວປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ, ຂ້າພະເຈົ້າ ຮູ້ສຶກມີຄວາມຜາສຸກ ແລະເອກອ້າງທະນົງໃຈຢ່າງສຸດຂີດ”,

leftcenterrightdel
ພົນຈັດຕະວາ ຫງວຽນວັນນິງ ເລົ່າເລື່ອງບຸນເຕັດຢູ່ເຈື່ອງຊາ. ພາບ: ຟ້າມກຽນ. 

ເມື່ອໃຫ້ພວກຂ້າພະເຈົ້າ ເບິ່ງຮູບຖ່າຍພົນເອກ ເລດຶກແອງ (ຄາວນັ້ນແມ່ນລັດຖະມົນຕີກະຊວງປ້ອງກັນປະເທດ) ແລະຄະນະປະຕິບັດງານຢູ່ເກາະເຈື່ອງຊາ, ທ່ານ ນິງ ຫວນຄືນພິທີສາບານຕົວເນື່ອງໃນໂອກາດວັນສ້າງຕັ້ງເຫຼົ່າທັບເຮືອ ຄົບຮອບ 33 ປີທີ່ຈັດຂຶ້ນໃນວັນທີ 7 ພຶດສະພາ 1988. ຕອນເຊົ້າມື້ນັ້ນ, ຢູ່ເກາະເຈື່ອງຊາ, ຂະນະທີ່ທະຫານລຽນແຖວຢ່າງຮຽບຮ້ອຍນັ້ນ, ພົນເອກ ເລດຶກແອງ ໄດ້ອ່ານຄໍາສາບານຕົວ. ແຕ່ລະຄຳສັບນັ້ນ ທ່ານ ນິງ ໄດ້ຈົດໄວ້ໃນບັນທຶກຂອງຕົນ: “ພວກເຮົາຂໍຄໍາສາບານຕໍ່ດວງວິນຍານຂອງບັນພະບຸລຸດ, ຕໍ່ດວງວິນຍານຂອງພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ, ຂໍໃຫ້ຄຳໝັ້ນສັນຍາຕໍ່ພໍ່ແມ່ປະຊາຊົນທົ່ວປະເທດ, ຂໍຝາກຄໍາເຕືອນເຖິງຄົນພາຍພາກໜ້າວ່າ: ຈະຕັດສິນໃຈປົກປັກຮັກສາປະເທດຊາດທີ່ຮັກແພງຂອງພວກເຮົາໃຫ້ໄດ້, ປົກປັກຮັກສາທະເລໝູ່ເກາະເຈື່ອງຊາ - ຜືນແຜ່ນດິນ ແລະເຂດທະເລອັນສັກກາລະບູຊາທີ່ຮັກແພງຂອງພວກເຮົາໃຫ້ໄດ້”.

ໃນ 15 ປີຜ່ານມາ, ແຕ່ລະປີ ພົນຈັດຕະວາ ຫງວຽນວັງນິງ ເດີນທາງໄປໝູ່ເກາະແຕ່ 3 ເຖິງ 4 ເທື່ອ. ສໍາລັບທ່ານແລ້ວ, ການອອກທະເລໄປຢ້ຽມຢາມພະນັກງານ, ນັກຮົບຢູ່ໝູ່ເກາະເຈື່ອງຊາ ຍາມໃດກໍ່ສ້າງຄວາມສະເທືອນໃຈທີ່ສຸດ. ທ່ານ ນິງ ຈື່ຈໍາບຸນເຕັດທໍາອິດທີ່ທ່ານພ້ອມກັບພະນັກງານ ແລະນັກຮົບໃນເກາະຊອງຕື໊ໄຕ ຕ້ອນຮັບລະດູບານໃໝ່. ຕອນບ່າຍວັນທີ 30 ຂອງບຸນເຕັດ, ອ້າຍນ້ອງຢູ່ເກາະຫ້າງຫາກະກຽມຫໍ່ເຂົ້າຕົ້ມ. ເຂົ້າຕົ້ມຢູ່ເກາະ ກໍ່ພິເສດທີ່ສຸດ, ທາງໃນຫໍ່ດ້ວຍໃບຕອງຈີງ, ສ່ວນທາງນອກຫໍ່ດ້ວຍໃບໝາກຫູກວາງເພາະວ່າ ໃບຕອງຈີງທີ່ສົ່ງມາຈາກດິນຕໍ່ແຜ່ນແມ່ນບໍ່ພໍ...

ຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງທະຫານຢູ່ເກາະຍາມໃດກໍ່ສິ້ນສຸດເດິກກວ່າ. ພາຍຫຼັງຮັບຟັງຄໍາອວຍພອນບຸນເຕັດຂອງປະທານປະເທດ, ພະນັກງານເທິງເກາະຈະໄປກວດກາຮອບໜຶ່ງ ແລະອວຍພອນ, ລະດົມກໍາລັງໃຈບັນດາສະຫາຍທີ່ກໍາລັງປະຕິບັດໜ້າທີ່ເວນຍາມ. ມີເທື່ອໜຶ່ງໄດ້ພົບກັບນັກຮົບໜຸ່ມຄົນໜຶ່ງທີ່ກໍາລັງເວນຍາມກາງຄືນ, ທ່ານຈຶ່ງຖາມບ້ານເກີດເມືອງນອນ ແລະຄວາມຮູ້ສຶກຂອງນັກຮົບໜຸ່ມຄົນນັ້ນໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. “ໂດຍ, ບ້ານເກີດຂອງຫຼານຢູ່ແຂວງຮ່າຕິ້ງ. ຫຼານຄິດຮອດຄອບຄົວຫຼາຍແຕ່ຫຼານໝັ້ນໝາຍກັບພໍ່ແມ່ວ່າຈະເຮັດຫຼ້ອນໜ້າທີ່ຂອງທະຫານປ້ອງກັນເກາະ” ຄໍາຕອບນັ້ນເຮັດໃຫ້ທ່ານຮູ້ສຶກສະເທືອນໃຈ ແລະຈື່ຈໍາຕະຫຼອດໄປຈົນເຖິງປັດຈຸບັນ!

ໂດຍ: ໄຊຊະນະ