ເຂົ້າຮ່ວມເຫດການມີເອກອັກຄະລັດຖະທູດ, ອຸປະທູດ ແລະພັນລະຍາ, ຜູ້ຕາງໜ້າບັນດາສະຖານທູດຕ່າງປະເທດປະຈໍາ ຫວຽດນາມ, ຫົວໜ້າອົງການຕາງໜ້າຫວຽດນາມປະຈໍາຕ່າງປະເທດ, ກຸ່ມແມ່ຍິງປະຊາຄົມອາຊຽນ ປະຈໍາຮ່າໂນ້ຍ ພ້ອມດ້ວຍບັນດາພະນັກງານການທູດເຂົ້າຮ່ວມຢ່າງພ້ອມພຽງ....

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການແຂ່ງຂັນ “ຫໍ່ເຂົ້າຕົ້ມ”. ເຟືອງລິງ.

ເຫດການນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເລີ່ມຕົ້ນຂອງປີຫວຽດນາມ ດໍາລົງຕໍາແໜ່ງປະທານອາຊຽນ 2020 ດ້ວຍຈຸດປະສົງໂຄສະນາແນະນໍາຈຸດຄວາມງາມດ້ານວັດທະນະທໍາທີ່ເປັນມູນເຊື້ອ, ຮີດຄອງປະເພນີອັນດີງາມຂອງບຸນເຕັດ, ບັນດາຜະລິດຕະພັນພື້ນເມືອງຂອງຫວຽດນາມເຖິງເພື່ອນມິດສາກົນ. ຜ່ານນັ້ນປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີມິດຕະພາບລະຫວ່າງຫວຽດນາມ ກັບປະເທດຕ່າງໆ ແລະລະຫວ່າງບັນດາປະເທດສະມາຊິກອາຊຽນ ນຳກັນ.

ໃນຂອບເຂດລາຍການ, ຍັງຈັດຕັ້ງບັນດາກິດຈະກໍາທີ່ເປັນເອກະລັກສະເພາະ ຄື, ການແຂ່ງຂັນ “ຫໍ່ເຂົ້າຕົ້ມ”, ແນະນໍາວິທີເຮັດເຂົ້າໜົມໄຢ, ຢ້ຽມຊົມ “ມຸມອາຈານ”, ຢ້ຽມຢາມລະບົບຜະລິດຜະລິດຕະພັນທີ່ເປັນມູນເຊື້ອ ແລະຢ້ຽມຊົມວັດທະນະທໍາອາຫານການກິນຍາມບຸນເຕັດຫວຽດນາມ.

ໂດຍ: ກວຽດເຕິມ