ນັ້ນແມ່ນໂຮງແຮມທີ່ມີຊື່ວ່າ Hotel de la Coupole ໂດຍທ່ານ Bill Bensley - ນັກສະຖາປານິກທີ່ມີຊື່ສຽງອອກແບບ, ເຊິ່ງຖັດຈາກບັນດາໂຮງແຮມທີ່ມີຊື່ສຽງທີ່ສຸດຢູ່ອາຊີຄື: Rosewood Luang Prabang ຢູ່ລາວ ແລະ Shinta Mani Wild ຢູ່ກໍາປູເຈຍ. CNN Travel ໄດ້ແນະນໍາຊາປາ ແມ່ນເທດສະບານເມືອງສະຫງົບສຸກ, ມີຊື່ສຽງດ້ວຍທົ່ງນາຂັ້ນໄດ  ແລະວັດທະນະທໍາທີ່ມີສີສັນສະເພາະ. ຕາມ CNN ແລ້ວ, ໃນຊຸມປີມໍ່ໆມານີ້, ການທ່ອງທ່ຽວຊາປາ ໄດ້ເຕີບໂຕກະໂດດຂັ້ນ. ໃນນັ້ນ, CNN ສັງເກດວ່າການປະກົດຕົວຂອງໂຮງແຮມ Hotel de la Coupole – Mgallery ແລະໄດ້ຮັບການຈັດອັນດັບເປັນໂຮງແຮມ 5 ດາວສາກົນທໍາອິດພວມຍົກລະດັບໂສມໜ້າຂອງຊາປາ.

leftcenterrightdel
ໂຮງແຮມ Hotel de la Coupole. ພາບ: CNN.
leftcenterrightdel
ທົ່ງນາຂັ້ນໄດຢູ່ຊາປາ. ພາບ: CNN.
leftcenterrightdel
 
leftcenterrightdel
ໂຮງແຮມມີສະຖາປັດຕະຍະກຳສະໄໝເປັນຫົວເມືອງຂຶ້ນຝະລັ່ງ ໃນຊຸມປີ 1900, ດ້ວຍການປະສົມລະຫວ່າງແບບຫຼຸຫຼາຂອງຝະລັ່ງ ແລະສີສັນຮຸ່ງເຮືອງເຫຼືອງເຫຼື້ອມຂອງບັນດາເຜົ່າທ້ອງຖິ່ນຢູ່ຊາປາ. ພາບ: CNN.
leftcenterrightdel
 
leftcenterrightdel
ທາງໜ້າ ແລະບັນດາຫ້ອງບູຮານທີ່ມີ “ສີສັນ” ອິນດູຈີນໃນສະໄໝເປັນຫົວເມືອງຂຶ້ນຝະລັ່ງ. ພາບ: CNN.
leftcenterrightdel
ຮູບພາບລາຍລະອຽດໃນໂຮງແຮມເຊິ່ງ CNN ແນະນໍາເຖິງເພື່ອນຜູ້ອ່ານ. ພາບ: CNN.
leftcenterrightdel
ບາງກິດຈະກຳຍ່ອຍໃນໂຮງແຮມລວມມີສະປາໃນເຮືອນ ແລະສະລອຍນ້ຳ, La Grand Bassin... ພາບ: CNN.
leftcenterrightdel
 
leftcenterrightdel
Hotel de la Coupole ແມ່ນສ່ວນໜຶ່ງໃນລະບົບໂຮງແຮມ MGallery Hotel ສັງກັດກຸ່ມບໍລິສັດ Accor. ພາບ: CNN.

ໂດຍ: ທະນາພອນ