leftcenterrightdel
ແຂກທ່ອງທ່ຽວມາຢ້ຽມຊົມ ຕາມກົກ - ບິກດົ້ງ ເປັນຈຳນວນຫຼວງຫຼາຍ. ພາບ: ຮວ່ຽນຢຽບ.

ນີ້ແມ່ນຈຸດເວລາທີ່ທັດສະນີຍະພາບເຂດທ່ອງທ່ຽວຕາມກົກ - ບິກດົ້ງ ສວຍງາມທີ່ສຸດດ້ວຍບັນດາທົ່ງນາເຂົ້າສຸກເຫຼືອງເຮືອງເຮື່ອຢູ່ສອງແຄມແມ່ນໍ້າໂງດົ່ງ, ສະຫຼັບກັນແມ່ນບັນດາສາຍພູຫີນປູນປະຖົມປະຖານ. ສັບປະດາທ່ອງທ່ຽວນິງບິ່ງ ປີ 2019 ຍັງມີການເຄື່ອນໄຫວສິລະປະວັດທະນະທໍາທີ່ເປັນເອກະລັກສະເພາະຫຼາຍຢ່າງ ຄື: ຢ້ຽມຊົມຕະຫຼາດນັດ, ງານວາງສະແດງ; ຮັບປະທານອາຫານ; ຢ້ຽມຊົມວັດບິກດົ້ງ, ວິຫານຖ໊າຍວີ; ຮັບຊົມຂັບແຈ່ວ, ກວານຫໍ້, ຟ້ອນຕຸກກະຕານໍ້າ... ເຫດການນີ້ຈະດໍາເນີນໄປຮອດວັນທີ 25 ພຶດສະພາ ຈຶ່ງອັດລົງ.

ໂດຍ: ໄຊຊະນະ