ງານວາງສະແດງຫົວເລື່ອງສະເພາະ “ດ້ຽນບຽນ ປີນັ້ນ” ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 3 ພຶດສະພາ, ຢູ່ຫໍພິພິທະພັນວິຈິດສິນຫວຽດນາມ, ຮ່າໂນ້ຍ. ການເຄື່ອນໄຫວນີ້ໄດ້ຈັດຕັ້ງຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງໄຊຊະນະ ດ້ຽນບຽນຝູ໋ ຄົບຮອບ 65 ປີ (7/5/1954 – 7/5/2019),  ເພື່ອແນໃສ່ເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານ, ນັກຮົບ ແລະບັນດາຜູ້ທີ່ສ້າງໄຊຊະນະ “ດັງກ້ອງກັງວານໄປທົ່ວຫ້າທະວີບ, ສັ່ນສະເທືອນໄປທົ່ວໂລກ”, ປົກປັກຮັກສາພື້ນຖານເອກະລາດແຫ່ງຊາດ ໄວ້ຢ່າງໝັ້ນຄົງ, ນໍາມາເຊິ່ງຄວາມອີ່ມໜໍາສໍາລານ, ຄວາມຜາສຸກ ໃນປັດຈຸບັນໃຫ້ແກ່ປະຊາຊົນ.

leftcenterrightdel
ໜຶ່ງຜະລິດຕະພັນສິລະປະ ທີ່ງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ.

ງານວາງສະແດງ ລວມມີ 39 ຜະລິດຕະພັນ ເຊິ່ງໄດ້ຮັບການປະດິດແຕ່ງຈາກນັກແຕ້ມ 27 ຄົນ ທີ່ປະດິດໃນຊ່ວງເວລາທີ່ພວມດຳເນີນ ແລະພາຍຫຼັງການດໍາເນີນບັ້ນຮົບດ້ຽນບຽນຝູ໋, ໃນນັ້ນມີຫຼາຍຜະລິດຕະພັນເປັນຄັ້ງທໍາອິດທີ່ໄດ້ນຳມາສະເໜີຕໍ່ເພື່ອນຜູ້ຊົມ. ບັນດາຜະລິດຕະພັນດັ່ງກ່າວໄດ້ນໍາເອົາຜູ້ຊົມກັບເມື່ອຊຸມວັນເດືອນທີ່ຫຍຸ້ງຍາກລໍາບາກ, ດຸເດືອດຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະພົບພໍ້ກັບບັນດາຜູ້ທີ່ລຽບງ່າຍແຕ່ຍິ່ງໃຫຍ່ທີ່ໄດ້ສ້າງໄຊຊະນະດັງກ້ອງກັງວານນີ້.

ໂດຍ: ໄຊຊະນະ