ໃນນັ້ນ, ນັກທ່ອງທ່ຽວສ່ວນຫຼາຍແມ່ນມາຈາກບັນດາແຂວງ, ນະຄອນພາຍໃນປະເທດ, ຫຼາຍທີ່ສຸດແມ່ນນະຄອນຫຼວງຮ່າໂນ້ຍ ແລະນະຄອນໂຮ່ຈີມິນ. ຄະນະທີ່ມີນັກທ່ອງທ່ຽວຫຼາຍທີ່ສຸດແມ່ນກວ່າ 300 ຄົນ. ພິເສດ, ມີ 7 ຄະນະນັກທ່ອງທ່ຽວຕ່າງປະເທດທີ່ມາຈາກບັນດາປະເທດ: ຍີ່ປຸ່ນ, ອາເມລິກາ, ສີລັງກາ.

leftcenterrightdel
ໃນສອງວັນບຸນ, ໄດ້ມີນັກທ່ອງທ່ຽວກວ່າ 27.000 ເທື່ອຄົນມາຢ້ຽມຢາມເຂດປູຊະນີຍະສະຖານລະດັບຊາດພິເສດກີມລຽນ. ພາບ: baonghean.vn.

ນັກທ່ອງທ່ຽວມາຢ້ຽມຢາມບ້ານເກີດເມືອງນອນລຸງໂຮ່ ສ່ວນຫຼາຍແມ່ນຢ້ຽມຢາມ: ບ້ານແຊນ, ບ້ານຮວ່າງຈູ່ ແລະເຂດຝັງສົບທ່ານນາງຮວ່າງທິລວານ-ມານດາຂອງປະທານໂຮ່ຈີມິນ. ໃນນັ້ນ, ປະມານ 65 % ຈໍານວນນັກທ່ອງທ່ຽວໄດ້ຮັບການແນະນໍາກ່ຽວກັບບ້ານເກີດເມືອງນອນ, ຄອບຄົວ, ໄວເດັກນ້ອຍຂອງປະທານໂຮ່ຈີມິນ.

ໂດຍ: ຄໍາແພງ