leftcenterrightdel
ທັດສະນີຍະພາບທີ່ສວຍງາມຂອງອ່າວຮ້າລອງ. ພາບ: quangninh.gov.vn.

ໃນນັ້ນມີ 8 ລາຍການ, ເຫດການຕົ້ນຕໍ, ລວມມີ: ລາຍການສະແດງສິລະປະ ຕ້ອນຮັບລະດູແລ້ງ - ຮ້າລອງ 2019; ບັນດາການເຄື່ອນໄຫວທາງດ້ານສິລະປະວັດທະນະທໍາ ແລະກິລາ ທີ່ຕິດພັນກັບການເຄື່ອນໄຫວຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງວັນປົດປ່ອຍເຂດບໍ່ແຮ່ ຄົບຮອບ 64 ປີ ແລະວັນປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 44 ປີ; ງານວາງສະແດງຫົວເລື່ອງສະເພາະ “ມໍລະດົກອ່າວຮ້າລອງ ອະດີດ ແລະປັດຈຸບັນ”; ງານຕະຫຼາດນັດ OCOP ລະດູແລ້ງ ກວ໋າງນິງ 2019; ສັບປະດາທ່ອງທ່ຽວຮັບຕ້ອນລະດູແລ້ງ 2019; ບັນດາການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວຕິດພັນກັບບາງການເຄື່ອນໄຫວທາງດ້ານວັດທະນະທໍາ, ກິລາຢູ່ຕາແສງມິງເຈົາ, ກວານລ້ານ ແລະເທດສະບານເມືອງ ກ໊າຍຣົ່ງ (ເວິນໂດນ); ເປີດສະຫຼອງສວນສາທາລະນະຣົ່ງ (ມັງກອນ), ສວນສາທາລະນະດອກກຸຫຼາບ; ສັບປະດາວັດທະນະທໍາ, ກິລາ ແລະການທ່ອງທ່ຽວເມືອງໂກໂຕ ຄັ້ງທີ IV ປີ 2019.

ໂດຍ: ໄຊຊະນະ