ຕາມນັ້ນ, ການບໍລິການ VNPT Check ໄດ້ຮັບລາງວັນຄໍາ, ເຊິ່ງແມ່ນລາງວັນປະດິດສ້າງກ່ຽວກັບຊອບແວຮັບໃຊ້ການດໍາເນີນທຸລະກິດ.  VNPT Check ແມ່ນວິທີການຢັ້ງຢືນຕົ້ນກໍາເນີດຂອງສິນຄ້າ. ນໍາໃຊ້ VNPT Check ເມື່ອຊື້ສິນຄ້າ, ລູກຄ້າຈະກຳໄດ້ຂໍ້ມູນກ່ຽວກັບຜະລິດຕະພັນ, ວິສາຫະກິດຜະລິດ.

leftcenterrightdel
ປະຕູຖານຂໍ້ມູນການທ່ອງທ່ຽວສະຫຼາດຂອງແຂວງນີງບີ່ງ ໂດຍ VNPT ສ້າງ ແລະສໍາເລັດ. ພາບ: qdnd.vn.

ລະບົບຊີວະພາບການທ່ອງທ່ຽວທີ່ສະຫຼາດ VNPT Smart Tourism ໄດ້ຮັບລາງວັນເງິນ, ເຊິ່ງແມ່ນລາງວັນປະດິດສ້າງໃນການນໍາໃຊ້ຂໍ້ມູນລວມ ຫຼື ຂໍ້ມູນສື່ມວນຊົນ. VNPT Smart Tourism ຕອບສະໜອງບັນດາຂໍ້ກໍານົດເຊື່ອມຕໍ່ລະບົບຄຸ້ມຄອງຂອງລັດຢ່າງຄົບຖ້ວນດ້ວຍລະບົບຊີວະພາບທີ່ອຸດົມສົມບູນ.

ໂດຍໄດ້ຮັບການກຳເນີດແຕ່ປີ 2002 ມາຮອດປະຈຸບັນ, ລາງວັນ Stevie Awards ແມ່ນລາງວັນປະຈໍາປີທີ່ມີອິດທິພົນທີ່ສຸດໃນທົ່ວໂລກທີ່ສະຫງວນໃຫ້ປະຊາຄົມວິສາຫະກິດ. ລາງວັນຕີລາຄາ ແລະຍົກສູງປັດໄຈປະດິດສ້າງ, ປ່ຽນແປງໃໝ່ - ຫົວຂໍ້ທີ່ຈຳເປັນຂອງທຸກໆວິສາຫະກິດໃນສະໄໝອຸດສາຫະກໍາ 4.0. ນີ້ແມ່ນປີທີ 2 ທີ່ VNPT ເຂົ້າຮ່ວມ ແລະ VNPT ໄດ້ນໍາມາເຖິງ Stevie Awards ບັນດາຜະລິດຕະພັນ, ວິທີການທີ່ມີລັກສະນະບຸກທະລຸ, ໄດ້ຮັບການຕີລາຄາສູງຈາກເພື່ອນມິດ ອາຊີ-ປາຊີຟິກ.

ໂດຍ: ຈາງຫງວຽນ