ຕາມນັ້ນແລ້ວ, ຢູ່ເຢຍລະມັນ, ໃນຂອບເຂດງານຕະຫຼາດນັດ ITB Berlin 2019, ກົມກອງນີ້ໄດ້ຈັດຕັ້ງບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວ, ວັດທະນາທໍາຫວຽດນາມ, ລວມມີ: ສະແດງເສບດົນຕີພື້ນເມືອງ, ແນະນໍາອາຫານການກິນ, ເຫດການ “ຄໍ່າຄືນຫວຽດນາມ”, ລາຍການເຊື່ອມຕໍ່ການຄ້າ, ແນະນໍາຜະລິດຕະພັນບໍລິການທ່ອງທ່ຽວຢູ່ຈຸດນັດພົບຫວຽດນາມ-ນະຄອນໂຮ່ຈີມິນ ໃຫ້ອົງການທ່ອງທ່ຽວເຢຍລະມັນ, ວິສາຫະກິດເອີລົບ ແລະປະຊາຊົນເຢຍລະມັນ.

leftcenterrightdel
ສະແດງເຄື່ອງດົນຕີພື້ນເມືອງທີ່ງານຕະຫຼາດນັດ ITB Berlin 2019, ເຢຍລະມັນ. ພາບ: qdnd.vn.

ຢູ່ຝະລັ່ງ, ລາຍການໂຄສະນາການທ່ອງທ່ຽວຫວຽດນາມ ແລະນະຄອນໂຮ່ຈີມິນ ປະກອບມີການເຄື່ອນໄຫວຕ່າງໆ, ຄື: ງານວາງສະແດງຮູບພາບສະຖານທີ່ທ່ອງທ່ຽວຫວຽດນາມ, ສະແດງເຄື່ອງດົນຕີພື້ນເມືອງ, ແນະນໍາຜະລິດຕະພັນບໍລິການທ່ອງທ່ຽວ… ຢູ່ທີ່ນີ້ກໍໄດ້ດໍາເນີນພິທີລົງນາມໃນບົດບັນທຶກຂໍ້ຕົກລົງການຮ່ວມມືລະຫວ່າງສູນສົ່ງເສີມການທ່ອງທ່ຽວນະຄອນໂຮ່ຈີມິນ ແລະບໍລິສັດຫຸ້ນສ່ວນການທ່ອງທ່ຽວ ແລະການໂຄສະນາຄົມມະນາຄົມຂົນສົ່ງ (Vietravel) ສາຂາຢູ່ຝະລັ່ງ.

ໂດຍ: ຈາງຫງວຽນ