leftcenterrightdel
ນັກທ່ອງທ່ຽວສາກົນກວ່າ 1,5 ລ້ານເທື່ອຄົນມາຫວຽດນາມໃນເດືອນ ມັງກອນ ປີ 2019. ພາບ: qdnd.vn.

ໃນນັ້ນ, ຈໍານວນນັກທ່ອງທ່ຽວເຂົ້າມາຫວຽດນາມ ດ້ວຍທາງອາກາດບັນລຸໄດ້ກວ່າ 1 ລ້ານເທື່ອຄົນ, ກວມເອົາ 77,7% (ເພີ່ມຂຶ້ນ 1,4% ເມື່ອທຽບໃສ່ເດືອນມັງກອນ ປີ 2018); ນັກທ່ອງທ່ຽວເຂົ້າມາດ້ວຍທາງທະເລບັນລຸໄດ້ກວ່າ 24.000 ເທື່ອຄົນ, ກວມເອົາ 1,6% (ຫຼຸດ 30,5% ເມື່ອທຽບໃສ່ເດືອນມັງກອນ ປີ 2018); ນັກທ່ອງທ່ຽວເຂົ້າມາດ້ວຍທາງບົກບັນລຸໄດ້ 310.000 ເທື່ອຄົນ, ກວມເອົາ 20,7% (ເພີ່ມຂຶ້ນ 26,9% ເມື່ອທຽບໃສ່ເດືອນມັງກອນ ປີ 2018).

ນອກຈາກນັ້ນ, ຄາດຄະເນວ່າຈໍານວນນັກທ່ອງທ່ຽວພາຍໃນປະເທດໃນເດືອນ ມັງກອນ ປິ 2019 ບັນລຸ 6,6 ລ້ານເທື່ອຄົນ; ລາຍຮັບທັງໝົດຈາກນັກທ່ອງທ່ຽວບັນລຸ 56.500 ຕື້ດົ່ງ, ເພີ່ມຂຶ້ນ 6,6% ເມື່ອທຽບໃສ່ເດືອນມັງກອນ ປີ 2018.

ໂດຍ: ຈາງຫງວຽນ