ຢູ່ເລິກເຂົ້າໄປໃນຊອຍຂອງຖະໜົນຮ່ານາມ (ເມືອງ ເລກທີ8), ຮ້ານເຂົ້າປຸ້ນຂອງ ເອື້ອຍກີມແອັງ ຂາຍເມນູເຂົ້າປຸ້ນເຫວ້ໂດຍສະເພາະ. ເຈົ້າຂອງຮ້ານເປັນຄົນກົກເຄົ້າຮ່າໂນ້ຍ, ເລີ່ມເປີດຮ້ານແຕ່ປີ 2010. ສີ່ງທີ່ພາໃຫ້ລູກຄ້ານຳຫາຮ້ານເຂົ້າປຸ້ນທີ່ນອນຢູ່ໃຈກາງນະຄອນແຫ່ງນີ້ແມ່ນຍ້ອນລະດັບ ‘ໃຫຍ່’ ຂອງຕ່ອນຢໍ່, ຊີ້ນທີ່ໃສ່ລົງໃນແຕ່ລະຖ້ວຍເຂົ້າປຸ້ນ.

leftcenterrightdel
ຮ້ານເຂົ້າປຸ້ນ.

ເຈົ້າຂອງຮ້ານໃຫ້ຮູ້ວ່າ: ການຊອຍຕ່ອນຢໍ່ໃຫ້ເປັນແຜ່ນ, ຕ່ອນຊີ້ນໃຫ່ຍຄືແນວນັ້ນແມ່ນມີມາແຕ່ຕອນເປີດຮ້ານໃໝ່ໆ. “ນອກຈາກຄວາມພິຖີພິຖັນ ແລະການເອົາໃຈໃສ່ຕໍ່ລົດຊາດ, ຕົນເອງຕ້ອງຮູ້ຈັກການສ້າງ ແລະປະດິດຈຸດປະທັບໃຈ ແລະຄວາມພິເສດໃຫ້ອາຫານ”.

ຈາກນັ້ນ, ແຕ່ລະມື້ທຸກຄົນໃນຄອບຄົວເອື້ອຍລົງມືກະກຽມບັນດາຂັ້ນຕອນນັບແຕ່ປຸງແຕ່ງວັດຖຸດິບຂັ້ນພື້ນຖານຫາຂັ້ນຕອນຕົ້ມນ້ຳປຸງກ່ອນ 8 ໂມງເຊົ້າ. ວັດຖຸດິບຕ່າງໆໄດ້ຊື້ໃນຕະຫຼາດທີ່ຢູ່ໃກ້ເຂດນັ້ນ. ທາງຮ້ານໄດ້ກະກຽມຕັ້ງແຕ່ເຊົ້າແຕ່ໃກ້ຮອດເວລາຂາຍ, ບັນດາຂັ້ນຕອນຫາກໍຊິສຳເລັດຂັ້ນພື້ນຖານ.

leftcenterrightdel
ຄວາມໃຫຍ່ຂອງຕ່ອນຍໍ່.

ເຈົ້າຂອງຮ້ານໄດ້ໃຫ້ຮູ້ຂັ້ນຕອນສຳຄັນທີ່ສຸດແມ່ນເຮັດຈັງໃດເພື່ອໃຫ້ນ້ຳປຸງມີລົດຊາດສົມດູນ. “ຂ້ອຍບໍ່ໄດ້ແຕ່ງຫຼາຍເພື່ອຮັບປະກັນຄຸນນະພາບອາການ, ບໍລິການລູກຄ້າຈຳນວນຈຳກັດໃນແຕ່ລະມື້”.

ເຂົ້າປຸ້ນຢູ່ຕາມຮ້ານທົ່ວໄປປົກກະຕິແລ້ວລາຄາ 70.000 ດົງ ມີຊີ້້ນ 2-3 ຕ່ອນ, ຢໍ່ແມງມ້ອນ ຫຼືຢໍ່ກຸ້ງ. ນ້ອຍຄົນທີ່ຮູ້ວ່າຮ້ານຂາຍ ໃນລາຄາ 100.000 ດົງ ຫຼື 150.000 ດົງ ໃຫ້ແກ່ຜູ້ທີ່ຄວາມຕ້ອງການ. ລາຄາເທົ່າໃດກໍຕາມ, ຊີ້ນ ແລະຢໍ່ຢູ່ຮ້ານນີ້ລ້ວນແລ້ວແຕ່ຖືກເຈົ້າຂອງຮ້ານຊອຍເປັນແຜ່ນໃຫຍ່ຊ່ຳກັບອົ້ງມືພາໃຫ້ຜູ້ທີ່ໄດ້ຊີມຄັ້ງທຳອິດຕ້ອງແປກໃຈ.

leftcenterrightdel
ແຂກນັ່ງກິນໄປເຝົ້າລົດເອງ.

ນ້ຳເຂົ້າປຸ້ນຢູ່ຮ້ານນີ້ມີສົມດູນບໍ່ຫວານເກີນໄປຄືລົດຊາດຂອງພາກໃຕ້, ຫອມກີ່ນຫົວສີໄຄ, ເຜັດນ້ອຍໜື່ງ. ຖ້າມີຄວາມຕ້ອງການກະດູກ ແລະຢໍ່, ລູກຄ້າຈະສຳພັດໄດ້ບັນດາວັດຖຸດິບຫາກໍ່ປຸງແລ້ວ, ນຸ້ມ ແລະຫວານ. ຢໍ່ບໍ່ມີລົດແປງ. ແນ່ນອນ, ລະດັບຄວາມຈຸ ຫຼືອີ່ມຂອງຄົນປົກກະຕິອາດຈະຮູ້ສຶກເບື່ອຍ້ອນຕ່ອນອາຫານໃຫຍ່.

ທ. ຄວາ, ອາຍຸ 25 ປີ, ອາໄສຢູ່ເມືອງເລກທີ 3 ຖ້າເຂົ້າປຸ້ນລາຄາ 70.000 ດົງ ແມ່ນລາວກິນບໍ່ໝົດ. “ຮ້ານນີ້ອັນໃດກໍ່ໃຫຍ່ ແລະ ຫຼາຍ, ນັບທັງຖ້ວຍໃສ່ເຂົ້າປຸ້ນຮອດສ່ວນປະສົມຕ່າງໆໃນຖ້ວຍ. ເຖິງວ່າຈະຍັງບໍ່ທັນໄດ້ກິນຫຍັງແຕ່ວ່າກໍ່ບໍ່ສາມາດກິນໝົດຖ້ວຍໄດ້”.

ສັ່ງຖ້ວຍ 100.000 ດົ່ງ, ໄດ້ຕື່ມຢໍ່ຊີ້ນ, ອ້າຍຈູ່ງຕື່ນ (29 ປີ, ເມືອງ 5) ເປັນລູກຄ້າປະຈຳຂອງຮ້ານມາປີແລ້ວ. “ນັບແຕ່ຮູ້ຈັກຮ້ານນີ້ຂ້ອຍເລີຍບໍ່ກິນເຂົ້າປຸ້ນເຫວ້ຢູ່ບ່ອນອື່ນແລ້ວ. ລົດຊາດອາຫານຖືກປາກຂ້ອຍຫຼາຍ, ກິນແລ້ວຍາມໃດກໍ່ຮູ້ສຶກວ່າສົມກັບເງິນທີ່ຈ່າຍໄປ”, ອ້າຍຈູງເວົ້າ.

ເປີດຮ້ານແຕ່ເວລາ 6 ໂມງແລງ, ພຽງແຕ່ 2 ຊົ່ວໂມງກໍ່ໝົດແລ້ວ. ລູກຄ້າຈອດລົດໄວ້ສອງຟາກທາງຂອງຊອຍ, ນັ່ງກີນເທີງໂຕະຕັ່ງສູງທີ່ເຈົ້າຂອງຮ້ານໄດ້ຈັດວາງໄວ້ໜ້າປະຕູຂອງເຮືອນໃກ້ຄຽງ. ເຂດນີ້ບໍ່ມີຄົນຮັບຝາກລົດ, ລູກຄ້າທັງກິນທັງເບີ່ງລົດ. ນ້ຳຊາເຢັນໆ, ຜ້າເຢັນໄລ່ຄ່າບໍລິການຕ່າງຫາກດ້ວຍລາຄາ 2.000 ດົງ.

ຫັດ​ທະ​ບູນ