ໂດຍໄດ້ຮັບການຈັດຕັ້ງແຕ່ວັນທີ 11 ຫາວັນທີ 17 ມີນາ, ທີ່ສວນຮູບປັ້ນ ອານໂຮ້ຍ (ນະຄອນ ໂຮ້ຍອານ), ງານມະໂຫລານອາຫານການກິນສາກົນ ໂຮ້ຍອານ ຄັ້ງທີ 3 ໂດຍຄະນະກຳມະການປະຊາຊົນນະຄອນ ໂຮ້ຍອານ ແລະບໍລິສັດຈັດຕັ້ງເຫດການອາຫານການກິນສາກົນຈຳກັດ (HACE) ສົມທົບກັນຈັດຕັ້ງ ເຊິ່ງມີການເຂົ້າຮ່ວມຂອງພໍ່ຄົວ, ແມ່ຄົວທີ່ມີຊື່ສຽງຈາກບັນດາປະເທດໃນໂລກ 12 ຄົນ.

leftcenterrightdel
ພາບປະກອບຄັດຈາກ baodautu.vn.

ງານມະໂຫລານແນໃສ່ໂຄສະນາເຜີຍແຜ່ພາບພົດວັດທະນະທຳ-ການທ່ອງທ່ຽວນະຄອນ ໂຮ້ຍອານ ເຖິງນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ, ສ້າງໂອກາດເພື່ອໃຫ້ພໍ່ຄົວ, ແມ່ຄົວບັນດາພັດຕະຄານຢູ່ທ້ອງຖິ່ນໄດ້ພົບປະແລກປ່ຽນ, ແລກປ່ຽນປະສົບການກັບບັນດານັກຊ່ຽວຊານກ່ຽວກັບອາຫານການກິນໃນໂລກ.

ແປໂດຍ: ຮຸຍດົງ