ສິ່ງນັ້ນອະທິບາຍໄດ້ຍາກ, ແຕ່ສາມາດເວົ້າສັ້ນໆໄດ້ວ່າ, ລົດຊາດເຂົ້າໜຽວພ້ອມແລ້ວທີ່ຈະບອກເຕືອນຂ້າພະເຈົ້າ, ນໍາຈິດວິນຍານຂ້າພະເຈົ້າມາຢູ່ໃກ້ກັບແມ່ ແລະບ້ານເກີດເມືອງນອນກວ່າ. ຂ້າພະເຈົ້າເຫັນສາຍຕາຂອງແມ່ຍິ້ມໃສ່ຕົນເອງ, ຂ້າພະເຈົ້າຮູ້ສຶກໄດ້ລົດຊາດຂອງເຂົ້າໜຽວພັດຜ່ານກາຍດັງຕົນເອງ.

ລົດຊາດເຂົ້າໜຽວພາໃຫ້ນຶກເຖິງບັນດາຄາບເຂົ້າໃໝ່ໃນຕົ້ນລະດູປີໃດຢູ່ເຂດບ້ານນາກໍ່ຫຍຸ້ງຍາກລໍາບາກ. ເມື່ອນັ້ນ, ຢູ່ບ້ານນາທຸກສິ່ງທຸກຢ່າງລ້ວນແຕ່ຂາດເຂີນ, ລຽບງ່າຍແຕ່ເຂົ້າໜຽວທີ່ແມ່ໜຶ້ງຍາມໃດກໍ່ແມ່ນອາຫານທີ່ລໍ້າຄ່າ ເຊິ່ງອ້າຍນ້ອງຂ້າພະເຈົ້າມັກທີ່ສຸດ. ເຖິງວ່າໄປຮຽນ ຫຼື ໄປເຮັດວຽກຊ່ວຍພໍ່ແມ່ຢູ່ທົ່ງນາ, ແອບເຂົ້າໜຽວເຮັດໃຫ້ອີ່ມທ້ອງອີ່ມໃສ້ຢ່າງພຽງພໍ. ພວກຂ້າພະເຈົ້າຍັງເອົາເຂົ້າໜຽວໄປທົ່ງນາພ້ອມ, ເພື່ອຮອດຕອນສວາຍຖ້າຫິວເຂົ້າມັນຈະກາຍເປັນສິ່ງທີ່ຕໍ່ກໍາລັງແຮງທີ່ມີປະໂຫຍດ.

leftcenterrightdel
ຫໍ່ເຂົ້າຕົ້ມຍາມວັນບຸນເຕັດ. ພາບ: ເອກະສານ

ແມ່ຂ້າພະເຈົ້າດຽວນີ້ອາຍຸສູງແລ້ວແຕ່ຍັງເຮັດນາຢູ່. ລະດູກ່ຽວເຂົ້າຍັງອອກໄປນາ. ກຸບຂອງແມ່, ຂອງເອື້ອຍພ້ອມກັບຂອງແມ່ຍິງໃນບ້ານຂາວຈ່ານຜ່ານໃນທົ່ງນາ. ເມື່ອຮອດລະດູເກັບກ່ຽວເຂົ້າຈະໄດ້ຮູດອອກຈາກຮວງ, ຕາກແດດ, ເອົາໃສ່ກວຍ ແລະຖັງໄວ້ ເພື່ອເອົາອອກມາໜຶ້ງກິນເທື່ອລະໜ້ອຍ. ເມື່ອລູກເຕົ້າມາ, ແມ່ເອົາມາເຮັດເຂົ້າໜົມ, ສ່ວນໜຶ່ງປະໄວ້ຮອດບຸນເຕັດ, ເຂົ້າເປືອກເມັດໃຫຍ່ຕື່ງເຕັມເອົາໄປສີເຮັດເຂົ້າຕົ້ມ, ເຂົ້າໜົມ...

ລົດຊາດເຂົ້າໜຽວ ມີກິ່ນນັບຕັ້ງແຕ່ຕອນແຊ່ເຂົ້າ, ຮ່ອນເຂົ້າ ແລະໝາກຖົ່ວ, ຫອມຈົນຮອດຍາມຫໍ່ເຂົ້າຕົ້ມ ແລະຍິ່ງໄປກວ່ານັ້ນ, ລົດຊາດເຂົ້າຕົ້ມມີກິ່ນຫອມຕະຫຼອດຊຸມວັນເຕັດ.

leftcenterrightdel
ຫໍ່ເຂົ້າຕົ້ມຍາມວັນບຸນເຕັດ. ພາບ: ເອກະສານ

ຢູ່ບ້ານຂ້າພະເຈົ້າແປກປະຫຼາດຫຼາຍ, ຄອບຄົວໃດກໍ່ຍັງຮັກສາການຫໍ່ເຂົ້າຕົ້ມໄວ້, ຊໍ້າບໍ່ໜໍາຍັງຮັກສາເຂົ້າໄວ້ຈົນຮອດເດືອນ ຈຽງ ຈຶ່ງເອົາອອກມາຫໍ່ເຂົ້າຕົ້ມໄປງານບຸນ, ໄປດໍານາລະດູບານໃໝ່. ຄອບຄົວໃດບໍ່ມີເຂົ້ານັ້ນບ້ານໃກ້ຄຽງຈະແບ່ງໄວ້ໃຫ້. ຂ້າພະເຈົ້າເຫັນໄດ້ຄວາມຮັກແພງລະຫວ່າງຄົນໃນບ້ານມີຄວາມສໍາຄັນທີ່ສຸດໃນການດຳລົງຊີວິດປັດຈຸບັນ. ນໍ້າໃຈຮັກແພງລະຫວ່າງຄົນໃນບ້ານໄດ້ເຕົ້າໂຮມກັນມາເປັນເວລາຫຼາຍປີແລ້ວ. ລວມທັງເລື່ອງຫ້າງຫາກະກຽມຫໍ່ເຂົ້າຕົ້ມ, ພວກແມ່, ພວກເອື້ອຍກໍ່ຊັກຊວນກັນ ແລະກາຍເປັນບັນຍາກາດຫໍ່ເຂົ້າຕົ້ມຢ່າງອຶກກະທຶກຄຶກໂຄມແຕ່ວັນທີ 27 ຈົນເຖິງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.

ກິ່ນຫອມເຂົ້າຕົ້ມປະສົມກັບກິ່ນຄວັນໄຟໄດ້ກະຈາຍໄປທົ່ວ, ປັດປ່າຍສາຍລົມທີ່ໜາວຈັດໄປ, ແຕ່ພັດມີການເອີ້ນລະດູບານໃໝ່ ຈົ່ງມາໄວໆຄ້າຍຄືກັບແສງແດດເອີ້ນຝູງນົກແອ່ນ.

ຫອມເຂົ້າໜຽວປະປົນກັບກິ່ນຄວັນໄຟ. ແມ່ຂ້າພະເຈົ້າກໍາລັງຕັດໃບຕອງຈິງຢູ່ຄຽງຂ້າງກະດົ້ງເຂົ້າ. ບໍ່ແມ່ນຂ້າພະເຈົ້າກໍາລັງນອນຝັນຫຼືມີຄວາມເພີນຈິດ, ແຕ່ຮູບພາບນັ້ນໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຊື່ອໝັ້ນໃນຄວາມງາມວັດທະນະທຳມະນຸດທີ່ຖ່າຍທອດຈາກຄົນຮຸ່ນນີ້ໄປສູ່ຄົນຮຸ່ນອື່ນ.

 

ແປໂດຍ: ຮວ່າງເຈື່ອງ