ດ້ວຍການຍິງໄດ້ 6 ປະຕູຈາກຜົນຂອງນັກເຕະ ຕ໊ຽນລິງ (ນາທີທີ 15), ຮຸ່ງຢຸງ (ນາທີທີ 42), ເຕິນຕ່າຍ (ນາທີທີ 55), ວັນເຮົ້າ (ນາທີທີ 58), ວັນຕວ່ານ  (ນາທີທີ 82) ແລະ ວັນແທງ (ນາທີທີ 90+1) ໄດ້ຊ່ວຍໃຫ້ທີມຊາດຫວຽດນາມ ຊະນະທີມຊາດລາວ 6-0 ປະຕູໃນການແຂ່ງຂັນນັດທຳອິດສາຍ B ຂອງການແຂ່ງຂັນ AFF Cup 2022 ທີ່ດຳເນີນໃນຕອນຄໍ່າວັນທີ 21 ທັນວາ, ທີ່ສະໜາມກິລາແຫ່ງຊາດລາວ.

leftcenterrightdel
ຄວາມເບີກບານມ່ວນຊື່ນຕໍ່ໄຊຊະນະຂອງນັກເຕະຫວຽດນາມ. ພາບ: ເລິມຖວາ

ລົງສະໜາມກິລາດ້ວຍບັນດານັກເຕະດີທີ່ສຸດ, ທີມຊາດຫວຽດນາມ ພົບກັບຄວາມຫຍຸ້ງຍາກເລັກນ້ອຍໃນຊຸມນາທີທໍາອິດຂອງການແຂ່ງຂັນຍ້ອນການປ້ອງກັນຢ່າງແໜ້ນແຟ້ນຂອງທີມຊາດລາວ. ເຖິງຢ່າງໃດກໍ່ຕາມ, ທີມຊາດຫວຽດນາມ ມີຫຼາຍແຜນບຸກໂຈມຕີ ແລະຍິງເຂົ້າປະຕູລູກທໍາອິດໃນນາທີທີ 15. ທີມຊາດຫວຽດນາມ ຊະນະທີມຊາດລາວ 6-0 ປະຕູໃນນັດເປີດສາກຊ່ວຍໃຫ້ທີມຊາດຫວຽດນາມ ຢືນອັນດັບ 1 ໃນສາຍ B ຊົ່ວຄາວ. ເພາະໃນການແຂ່ງຂັນນັດກ່ອນນັ້ນ ທີມຊາດມາເລເຊຍ ຊະນະທີມຊາດມຽນມາ 1-0 ປະຕູ. ໃນເວລາ 19:30 ໂມງ ຂອງວັນທີ 27 ທັນວາ, ທີມຊາດຫວຽດນາມ ພົບກັບທີມຊາດມາເລເຊຍ.

ໂດຍ: ທະນາພອນ