ຕາງໜ້າການນໍາສະຖານທູດຫວຽດນາມ ປະຈໍາ ລາວ, ທ່ານ ຟານມິງຈ໊ຽນ ອຸປະທູດຊົ່ວຄາວສະຖານທູດຫວຽດນາມ ໄດ້ຊົມເຊີຍທີມຊາດຫວຽດນາມ ໄດ້ມີໜ້າຢູ່ລາວເພື່ອກະກຽມໃຫ້ການແຂ່ງຂັນນັດທໍາອິດ,  ສາຍ B AFF Mitsubishi Electric Cup 2022.

leftcenterrightdel
ນັກເຕະທີມຊາດຫວຽດນາມ ໃນການຝຶກແອບວັນທີ 19 ທັນວາ. ພາບ: VFF

ທ່ານ ຟານມິງຈ໊ຽນ ໃຫ້ຮູ້ວ່າ ສະຖານທູດຫວຽດນາມ ປະຈໍາ ລາວ ພ້ອມດ້ວຍຊາວຫວຽດນາມ ພວມດໍາລົງຊີວິດ ແລະເຮັດວຽກຢູ່ລາວ ມີຄວາມພາກພູມໃຈເມື່ອຮັບຂ່າວວ່າທີມຊາດຫວຽດນາມ ຈະມາລາວແຂ່ງຂັນບານເຕະຊີງຂັນອາຊີຕາເວັນອອກສ່ຽງໃຕ້ຢ່າງເປັນທາງການ. ນີ້ແມ່ນເຫດການບານເຕະທີ່ໃຫຍ່ສໍາລັບແຟນບານຫວຽດນາມ ຢູ່ລາວ ສະນັ້ນແນວແນ່ວ່າ ການແຂ່ງຂັນບານເຕະໃນວັນທີ 21 ທັນວາ ຈະມາເຖິງຈະມີແຟນບານຫວຽດນາມ ເປັນຈຳນວນຫຼວງຫຼາຍມາຊົມແລະລະດົມກຳລັງໃຈຄູຝຶກ Park Hang-seo ແລະບັນດານັກເຕະທີມຊາດຫວຽດນາມ.

ຕາງໜ້າທີມຊາດຫວຽດນາມ, ຄູຝຶກ Park Hang-seo ໄດ້ຂອບໃຈສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ເອົາໃຈໃສ່ ແລະລະດົມກໍາລັງໃຈໃຫ້ທີມຊາດ, ນັ້ນແມ່ນກໍາລັງໜູນເພື່ອໃຫ້ທີມແຂ່ງຂັນຍາດໄດ້ຜົນງານສູງສຸດ.

ຫົວໜ້າທີມຊາດ ໂດ໊ຮຸ່ງຢຸງ ແບ່ງປັນວ່າ: ທີ່ການແຂ່ງຂັນ AFF Cup 2018, ທີມຊາດຫວຽດນາມ ກໍ່ແຂ່ງຂັນນັດທໍາອິດກັບທີມຊາດລາວ ຫຼັງຈາກນັ້ນຄວ້າແຊ້ມ. ການແຂ່ງຂັນ AFF Cup ຄັ້ງນີ້, ທີມຊາດຫວຽດນາມ ຫວັງວ່າ ຈະສ້າງຜົນງານຄືນໃໝ່ເພື່ອມອບໃຫ້ແຟນບານຫວຽດນາມ ທັງຢູ່ພາຍໃນ ແລະຕ່າງປະເທດ”.

ການແຂ່ງຂັນເຕະບານລະຫວ່າງທີມຊາດຫວຽດນາມ ແລະລາວ ຈະດໍາເນີນໃນເວລາ 19  ໂມງ 30 ນາທີ ວັນທີ 21 ທັນວາ ຢູ່ສະໜາມກິລາແຫ່ງຊາດລາວ.

ໂດຍ:​ ໄຊນີດາ