leftcenterrightdel
ທີມຊາດບານເຕະຍິງຫວຽດນາມ ຢູ່ໃນກຸ່ມ E.  ພາບ: Getty

ຜົນການຈົກສະຫຼາກ ປະກົດວ່າ, ທີມຊາດບານເຕະຍິງຫວຽດນາມ ຢູ່ກຸ່ມ E ພ້ອມກັບແຊ້ມອາເມລິກາ, ຮອງແຊ້ມໂຮນລັງ ແລະທີມຊະນະໃນນັດແຂ່ງຂັນ play-off ຂອງກຸ່ມ A. ຕາມຕາຕະລາງຈັດອັນດັບຫຼ້າສຸດ, ທີມຊາດບານເຕະຍິງອາເມລິກາ ຢືນອັນດັບ 1 ໂລກ, ໂຮນລັງ ຢືນອັນດັບ 8, ສ່ວນທີມຊາດບານເຕະຍິງຫວຽດນາມ ຢືນອັນດັບທີ 34 ໂລກ.

ຜົນການຈົກສະຫຼາກ ບັນດາກຸ່ມທີ່ຍັງເຫຼືອ: ກຸ່ມ A - ນິວຊີແລນ, ນອກແວ, ຟີລິບປິນ ແລະສະວິດ; ກຸ່ມ B - ອົດສະຕາລີ, ອຽກລັງ, Nigeria ແລະການາດາ; ກຸ່ມ H - ເຢຍລະມັນ, ມາຣົກ, ໂກລົມບີ, ສ.ເກົາຫຼີ... World Cup 2023 ຈະດໍາເນີນແຕ່ວັນທີ 20 ກໍລະກົດ ເຖິງວັນທີ 20 ສິງຫາ ຢູ່ ອົດສະຕາລີ ແລະນິວຊີແລນ ໂດຍມີ 32 ທີມ ແບ່ງເປັນ 8 ກຸ່ມ.

ໂດຍ: ໄຊຊະນະ