ກ່າວຄຳເຫັນທີ່ພິທີເປີດ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ໃຫ້ຮູ້ວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງ ແລະມີຄວາມໝາຍສຳຄັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 60 ປີ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ-ຫວຽດນາມ.

ທີ່ພິທີ, ທ່ານ ຫງວຽນບ່າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ຕີລາຄາສູງບັນດາການເຄື່ອນໄຫວແທດຈິງ ແລະມີຄວາມໝາຍໂດຍເພື່ອນລາວ ຈັດຕັ້ງ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ການແຂ່ງຂັນບານເຕະມິດະພພາບຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ ແລະມີປະສິດທິຜົນ.

leftcenterrightdel
6 ທີມເຂົ້າຮ່ວມການແຂ່ງຂັນບານເຕະມິດຕະພາບສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ - ລາວ 2022. ພາບ: nhandan.vn

ພາຍຫຼັງພິທີເປີດ,  6 ທີມທີ່ມາຈາກບັນດາອົງການ, ຄື: ກະຊວງສຶກສາທິການ ແລະກິລາລາວ, ສະມາຄົມວິສາຫະກິດຫວຽດນາມ ຢູ່ນະຄອນຫຼວງວຽງຈັນ, ອະດີດນັກສຶກສາລາວຢູ່ ຫວຽດນາມ ແລະສູນກາງສະມາຄົມສຶກສາພາກເອກະຊົນລາວ, ພະແນກສຶກສາທິການ ແລະກິລານະຄອນຫຼວງວຽງຈັນ, ສະມາຄົມສຶກສາເອກະຊົນນະຄອນຫຼວງວຽງຈັນ ແບ່ງອອກເປັນ 3 ຄູ່ ເພື່ອດຳເນີນການແຂ່ງຂັນ.

ໂດຍ: ທະນາພອນ