leftcenterrightdel
ນັກຫຼິ້ນໝາກຮຸກ ເລກວາງລຽມ ເອົາຊະນະຕໍ່ນັກຫຼິ້ນໝາກຮຸກ Duda. ພາບຖ່າຍຈາກໜ້າຈໍ່.

ຢູ່ເກມທໍາອິດ, ນັກຫຼິ້ນໝາກຮຸກ ເລກວາງລຽມ ໄດ້ແຂ່ງຂັນເປັນຢ່າງດີເມື່ອຫຼິ້ນໝາກຮຸກ ສີຂາວ ເພື່ອຄອບງໍາຄູ່ແຂ່ງ ແລະເອົາຊະນະ ພາຍຫຼັງການເດີ່ນໝາກຮຸກທັງໝົດ 66 ຄັ້ງ. ຢູ່ເກມທີສອງ, ກວາງລຽມ ຫຼິ້ນໝາກຮຸກ ສີດໍາ (ໄປຫຼັງ) ແຕ່ຍັງແຂ່ງຂັນດີເດັ່ນ ເພື່ອອີກເທື່ອໜຶ່ງຍາດເອົາຊະນະພາຍຫຼັງການເດີນໝາກຮຸກທັງໝົດ 53 ຄັ້ງ. ຢູ່ເກມທີສາມ, ກວາງລຽມ ສະເໝີນັກຫຼິ້ນໝາກຮຸກ J.Duda ພາຍຫຼັງການເດີນໝາກຮຸກທັງໝົດ 71 ຄັ້ງ, ຜ່ານນັ້ນ ໄດ້ເອົາຊະນະ ດ້ວຍ 2,5-0,5.

ນີ້ແມ່ນຄັ້ງທີສອງທີ່ ກວາງລຽມ ເອົາຊະນະ J.Duda, ພາຍຫຼັງການແຂ່ງຂັນຄັ້ງທໍາອິດຢູ່ Oslo Cup ທີ່ຈັດຂຶ້ນເມື່ອເດືອນເມສາ ປີ 2022. ດ້ວຍຜົນການແຂ່ງຂັນດັ່ງກ່າວ, ກວາງລຽມ ຢືນອັນດັບ 6/8 ຊົ່ວຄາວ ທີ່ FTX Crypto Cup 2022  ດ້ວຍ 3 ຄະແນນ, ນໍາໜ້າແມ່ນນັກຫຼິ້້ນໝາກຮຸກ M.Carlsen (ນອກແວ) ດ້ວຍ 9 ຄະແນນ.

ໂດຍ: ໄຊຊະນະ