leftcenterrightdel
ການແຂ່ງຂັນລະຫວ່າງທີມ ຮ່າໂນ້ຍ FC ແລະທີມ ຮ່ວາງແອັງຢາລາຍ ດໍາເນີນໄປຢ່າງຟົດຟື້ນ. ພາບ: ຮົ່ງຝູ

ພາຍຫຼັງການແຂ່ງຂັນເຄິ່ງເວລາທີ 1 ທີ່ບໍ່ສາມາດຍິງປະຕູຄູ່ແຂ່ງໄດ້, ກ້າວສູ່ເຄິ່ງເວລາທີ 2 ຂອງການແຂ່ງຂັນ, ທີມ ຮ່າໂນ້ຍ FC ຍິງໄດ້ 2 ປະຕູ ຢ່າງລຽນຕິດ ຍ້ອນຜົນງານຂອງນັກເຕະ ວັນກວຽດ ໃນນາທີ 54 ແລະນັກເຕະຕ໋ວນຫາຍ ໃນນາທີ 56. ດ້ວຍຄວາມຕັດສິນໃຈແຂ່ງຂັນ, ທີມ ຮ່ວາງແອັງຢາລາຍ ຍິງເຂົ້າປະຕູທີມ ຮ່າໂນ້ຍ FC ໄດ້ 1 ປະຕູ, ຍ້ອນຜົນງານຂອງນັກເຕະ B.Henrique. ສິ້ນສຸດການແຂ່ງຂັນ, ຜົນປະກົດວ່າ ທີມ ຮ່າໂນ້ຍ FC ຊະນະທີມ ຮ່ວາງແອັງຢາລາຍ ດ້ວຍ 2-1 ປະຕູ. ດ້ວຍຜົນງານດັ່ງກ່າວ ທີມ ຮ່າໂນ້ຍ FC ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບ ດ້ວຍ 26 ຄະແນນ. 

ສ່ວນຢູ່ສະໜາມກິລາ ຮວ່າຊວນ, ທີມ Viettel FC ເອົາຊະນະທີມ SHB ດ້ວຍ 2-0 ປະຕູ, ຜ່ານນັ້ນທີມ Viettel FC ຢືນອັນດັບທີ 6 ດ້ວຍ 16 ຄະແນນ.

ໂດຍ: ທູຈາງ