leftcenterrightdel
ຄວາມເບີກບານມ່ວນຊື່ນຂອງນັກເຕະທີມ U.19 ຫວຽດນາມ ເມື່ອຍິງເຂົ້າປະຕູທີມ U.19  ມາເລເຊຍ. ພາບ: ຢືດາດ.

ໃນນາທີທີ 11, ນັກເຕະ ວັນຕຸ U.19 ຫວຽດນາມ ໄດ້ຍິງເຂົ້າປະຕູທີມ U.19 ມາເລເຊຍ ເຮັດໃຫ້ທີມຊາດຫວຽດນາມ ຂຶ້ນນຳທີມຊາດ ມາເລຊາຍ 1-0 ປະຕູ. ຢູ່ນາທີຕໍ່ມາ, ເຖິງວ່າ U.19 ຫວຽດນາມ ມີຫຼາຍໂອກາດຍິງເຂົ້າປະຕູຄູ່ແຂ່ງແຕ່ໄດ້ພາດຫຼາຍໂອກາດ. ຮອດນາທີທີ 84, ນັກເຕະ Bin Arman ທີມ U.19 ມາເລເຊຍ ຍິງເຂົ້າປະຕູທີມ U.19 ຫວຽດນາມ.

ພາຍຫຼັງການແຂ່ງຂັນ 90 ນາທີ, ຜົນປະກົດວ່າ ສອງທີມສະເໝີກັນ 1-1 ປະຕູ, ພາຍໃຫ້ສອງທີມ ກ້າວສູ່ການຍິງລູກໂທດ. ຢູ່ຈຸດຍິງລູກໂທດ 11 m, U.19 ຫວຽດນາມ ຊະນະທີມ U.19 ມາເລເຊຍ ດ້ວຍ 4-3 ປະຕູ,  ຍາດໄດ້ຊະນະເລີດ. ຕາມແຜນການ, ທີມ U.19 ຫວຽດນາມ ຈະເດີນທາງໄປ ຍີ່ປຸ່ນ ເພື່ອຝຶກອົບຮົມແຕ່ວັນທີ 13-26 ສິງຫາ, ກ່ອນທີ່ເຂົ້າຮ່ວມຮອບຄັດເລືອກການແຂ່ງຂັນບານເຕະ U.20 ອາຊີ 2023 ຢູ່ ອິນໂດເນເຊຍ ໃນລະຫວ່າງວັນທີ 14-18 ກັນຍາ 2022.

ໂດຍ: ໄຊນີດາ