leftcenterrightdel
ທັບກິລາຄົນພິການຫວຽດນາມ ຢືນອັນດັບ 3 ທົ່ວຄະນະ. ພາບ: ສໍານັກຂ່າວສານຫວຽດນາມ.

ອາຊຽນ Para Games 11 ມີນັກກິລາເຂົ້າຮ່ວມທັງໝົດເກືອບ 1.300 ຄົນທີ່ມາຈາກ 11 ປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ແຂ່ງຂັນຢູ່ 14 ປະເພດກິລາດ້ວຍ 441 ເນື້ອໃນ. ຜົນການແຂ່ງຂັນ, ທັບກິລາຄົນພິການຫວຽດນາມ ຢືນອັນດັບ 3 ທົ່ວຄະນະດ້ວຍຜົນງານ 65 ຫຼຽນຄໍາ, 62 ຫຼຽນເງິນ ແລະ 56 ຫຼຽນທອງ, ລື່ນກາຍເປົ້າໝາຍທີ່ວາງໄວ້. ເປົ້າໝາຍຂອງຄະນະນັກກິລາຄົນພິການຫວຽດນາມ ວາງໄວ້ແມ່ນຍາດໃຫ້ໄດ້ 35-40 ຫຼຽນຄໍາ, ໄດ້ນອນໃນທອັບ 5 ປະເທດແຖວໜ້າພາກພື້ນ. ຢືນອັນດັບ 1 ທົ່ວຄະນະແມ່ນທັບກິລາຄົນພິການອິນໂດເນເຊຍ ດ້ວຍຜົນງານ 177 ຫຼຽນຄໍາ, 141 ຫຼຽນເງິນ ແລະ 110 ຫຼຽນທອງ. ທັບກິລາຄົນພິການໄທ ຢືນອັນດັບ 2 ດ້ວຍຜົນງານ 117 ຫຼຽນຄໍາ, 116 ຫຼຽນເງິນ ແລະ 87 ຫຼຽນທອງ.

ໂດຍ: ດັ້ງເກື່ອງ