ພິທີໄຂອາຊຽນ Para Games 11 ເລີ່ມຕົ້ນດ້ວຍຫຼາຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາອິນໂດເນເຊຍ. ຫຼັງຈາກນັ້ນ, 11 ຄະນະນັກກິລາຄົນພິການໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ປະຕິບັດພິທີການແຫ່ຂະບວນ.

leftcenterrightdel
ທັບກິລາຄົນພິການຫວຽດນາມ ທີ່ພິທີໄຂ. ພາບ: hanoimoi.com.vn

ທັບກິລາຄົນພິການຫວຽດນາມ ເຂົ້າຮ່ວມອາຊຽນ Para Games 11  ມີ 153 ຄົນ, ໃນນັ້ນມີພະນັກງານ 15 ຄົນ, ຄູເຝິກ 18 ຄົນ ແລະນັກກິລາ 120 ຄົນ. ທັບກິລາຫວຽດນາມ ໄດ້ວາງເປົ້າໝາຍສູ້ຊົນຍາດໃຫ້ໄດ້ 35-40 ຫຼຽນຄໍາ, ນອນໃນທອັບ 5 ປະເທດນໍາໜ້າພາກພື້ນ.

ພິທີໄຂອາຊຽນ Para Games 11 ສິ້ນສຸນລົງດ້ວຍພິທີໄຕ້ທວນໄຟງານມະຫາກຳສັກກາລະບູຊາ. ຕາມແຜນການ, ອາຊຽນ Para Games 11 ດໍາເນີນແຕ່ວັນທີ 30 ກໍລະກົດ ຮອດວັນທີ 6 ສິງຫາ. ບັນດານັກກິລາຈະແຂ່ງຂັນກິລາບັນດາເນື້ອໃນ, ລວມມີ, ແລ່ນ ແລະລານ, ລອຍນໍ້າ, ຕີດອກປີກໄກ່, ປິງປອງ, ໝາກຮຸກ, ຍົກນໍ້າໜັກ, boccia, ຢູໂດຕາມົວຟາງ, ເຕັນນິດລົດເຂັນ, ຍິງທະນູ, ບານແຕະ, ບານບ້ວງ ແລະບານສົ່ງນັ່ງ.

ໂດຍ: ໄຊນີດາ