leftcenterrightdel
ທັບກິລາຄົນພິການຫວຽດນາມ ຖ່າຍຮູບທີ່ລະນຶກກ່ອນເມື່ອໄປ ອິນໂດເນເຊຍ. ພາບ: ຕ໊ຽນເຢືອງ.

ຄະນະກິລາຄົນພິການຫວຽດນາມ ເຂົ້າຮ່ວມ ASEAN Para Games 11 ດ້ວຍ 153 ຄົນ, ໂດຍທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າກົມໃຫຍ່ກິລາກາຍຍະກໍາ ເປັນຫົວໜ້າຄະນະ. ທັບກິລາ ເຂົ້າຮ່ວມການແຂ່ງຂັນກິລາ 8 ປະເພດ ໃນກິລາ 14 ປະເພດ ຂອງງານມະຫາກຳກິລາ. ເປົ້າໝາຍຂອງທັບກິລາຄົນພິການຫວຽດນາມ ແມ່ນສູ້ຊົນເພື່ອຍາດໃຫ້ໄດ້ແຕ່ 35 ຫາ 40 ຫຼຽນຄຳ, ນອນໃນທອັບ 5 ປະເທດນຳໜ້າພາກພື້ນ. ພິທີຊັກທຸງ ASEAN Para Games 11 ໄດ້ດໍາເນີນແຕ່ວັນທີ 29 ກໍລະກົດ ແລະພິທີໄຂ ຈະຈັດຕັ້ງໃນວັນທີ 30 ກໍລະກົດ.

ໂດຍ: ແສງເດືອນ