leftcenterrightdel
ຄະນະຈັດຕັ້ງ ມອບທຸງລະນຶກ ແລະດອກໄມ້ ໃຫ້ບັນດາຄະນະນັກກິລາເຂົ້າຮ່ວມການແຂ່ງຂັນ. ພາບ: baodantoc.vn

ເຂົ້າຮ່ວມການແຂ່ງຂັນມີນັກກິລາ 123 ຄົນ ທີ່ມາຈາກ 13 ແຂວງ, ນະຄອນ, ຂະແໜງການໃນທົ່ວປະເທດ. ບັນດານັກກິລາຈະແຂ່ງຂັນບຸກຄົນຕາມລຸ້ນນ້ຳໜັກ. ໂດຍລະອຽດ, ໃນການແຂ່ງຂັນມວຍປໍ້າໄວໜຸ່ມ ແລະເຍົາວະຊົນ ມີ 21 ລຸ້ນນ້ຳໜັກ ຈາກ 38-110 ກິໂລຣາມ, ດ້ວຍ 138 ນັດແຂ່ງຂັນ. ພາຍຫຼັງພິທີໄຂ, ນັກກິລາ ຢຸຍຈ້ອງຖັ໊ງ (ແຂວງຝູເທາະ) ໄດ້ຊະນະນັກກິລາ ຟານຕວ໊ນແອັງ (ແຂວງເງະອານ) ໃນລາຍການແຂ່ງຂັນມວຍປໍ້າໜຸ່ມລຸ້ນນ້ຳໜັກ 60 ກິໂລຣາມ. ການແຂ່ງຂັນຈະດໍາເນີນ ຮອດວັນທີ 30 ກໍລະກົດ ຈຶ່ງອັດລົງ.

ໂດຍ: ທູຈາງ