ພາຍຫຼັງຍາດໄດ້ໄຊຊະນະ 4 – 0 ຕໍ່ທີມບານເຕະຍິງ ຫວຽດນາມ ຢູ່ນັດຮອງຊະນະເລີດການແຂ່ງຂັນບານເຕະຍິງອາຊີຕາເວັນອອກສ່ຽງໃຕ້ 2022, ທີມບານເຕະຍິງ ຟີລິບປິນ ສືບຕໍ່ສ້າງຄວາມປະທັບໃຈ ເມື່ອຍາດໄດ້ໄຊຊະນະ 3 – 0 ຕໍ່ທີມບານເຕະຍິງໄທ ຢູ່ນັດຊີງຊະນະເລີດທີ່ໄດ້ດຳເນີນໃນວັນທີ 17 ກໍລະກົດ.

ນີ້ເປັນຄັ້ງທຳອິດ, ບັນດານັກເຕະຂອງຄູຝຶກ Alen Stajcic ຄວ້າໄດ້ແຊ້ມໃນການແຂ່ງຂັນບານເຕະຍິງອາຊີຕາເວັນອອກສ່ຽງໃຕ້ 2022. ທີມບານເຕະຍິງ ມຽນມາ ຢືນຢູ່ດັນອັບທີ 3.

ແຫຼ່ງຄັດຈາກ: vovworld.vn